ບໍ່ທຳມະດາ! ນັກວິທະຍາສາດຊາວດັດ ຄິດຄົ້ນ ໂ ລ ງ ສົ ບ ແບບໃໝ່ ແປງ ສົ ບ ໃຫ້ກາຍເປັນເຫັດ
ໄອເດຍນີ້ເປັນປະໂຫຍດຫຼາຍສຳລັບທຸລະກິດເພື່ອສັງຄົມ ແລະ ສິ່ງແວດລ້ອມ ບັອບ ເຮັນດຣິກຄ໌ (Bob Hendrikx) ອາຍຸ 26 ປີ ນັກອອກແບບທາງຊີວະ ຈາກມະຫາວິທະຍາໄລເດນຟຕ໌ ໄດ້ຄິດຄົ້ນໂ ລ ງ ສົ ບ ຮູບແບບໃໝ່ ລາວຕັ້ງຊື່ວ່າ ‘Living Cocoon’ ທີ່ສາມາດແປງຮ່າງຂອງມະນຸດໃຫ້ກາຍເປັນເຫັດໄດ້ໃນໄລຍະເວລາອັນສັ້ນ.
ເພາະວັດສະດຸທີ່ເຮັດ ໂ ລ ງ ສົ ບນີ້ຄື mycelium ເຊິ່ງກໍຄືເສັ້ນໃຍຂອງລາ ທີ່ຈະເຕີບໂຕຂຶ້ນມາເປັນເຫັດ ເຮັນດຣິກກ່າວວ່າ ໂ ລ ງ ສົ ບຂອງລາວນັ້ນເໝາະກັບກຸ່ມລູກຄ້າທີ່ມີຄວາມຫ່ວງໃຍ ໃສ່ໃຈໃນລະບົບນິເວດຂອງໂລກເຮົາ ເມື່ອ ຕ າ ຍ ໄປແລ້ວກໍບໍ່ຢາກທີ່ຈະສ້າງມົນພາວະໃຫ້ກັບໂລກ ແລະກະບວນການຂອງລາວນີ້ກໍປຽບໄດ້ກັບ “ການຣີໄຊເຄີນຮ່າງເຮົາກັບຄືນສູ່ທຳມະຊາດ”.
ແນວຄິດຂອງເຮັນດຣິກຄ໌ນັ້ນ ໄດ້ຮັບການສະໜັບສະໜູນໂດຍ ນັກວິທະຍາສາດທີ່ສຶກສາເລື່ອງລາ ຫລືທີ່ເອີ້ນວ່າ mycologists ເຊິ່ງຢືນຢັນວ່າ mycelium ນັ້ນມີຄວາມສາມາດໃນການຍ່ອຍສະຫລາຍວັດສະດຸໄດ້ຫລວງຫລາຍຫຼາກຫຼາຍຮູບແບບ ທີ່ຂະບວນການທາງທຳມະຊາດອື່ນໆ ບໍ່ສາມາດຍ່ອຍສະຫລາຍໄດ້.
“mycelium ນັ້ນສາມາດຍ່ອຍສະຫລາຍໄດ້ທັງຜະລິດຕະພັນຕ່າງໆ ທີ່ເຮັດມາຈາກນ້ຳມັນ, ພລາສຕິກ, ໂລຫະ ແລະສານພິດ ສິ່ງສົກກະປົກຂອງເສຍຕ່າງ ໍໆ ແລ້ວແປງສິ່ງເຫລົ້ານີ້ເປັນສານອາຫານຄືນສູ່ທຳມະຊາດໄດ້ ໂ ລ ງ ສົ ບ ນີ້ຈຶ່ງສາມາດແປງຮ່າງກາຍຂອງເຮົາເພື່ອເປັນສານອາຫານໃຫ້ກັບໂລກຂອງເຮົາໄດ້ ຮ່າງກາຍຂອງເຮົາລ້ວນອຸດົມໄປດ້ວຍຄຸນຄ່າທາງສານອາຫານ ສະນັ້ນຈົ່ງຢ່າເສຍໄປລ້າໆ”.
ໃນຂະນະທີ່ ໂ ລ ງ ສົ ບ ໃນປັດຈຸບັນນັ້ນເຮັດມາຈາກໄຟເບີ, ໄມ້ຂັດເງົາ ຫລືໂລຫະ ນັ້ນໃຊ້ເວລາຍາວນານຫຼາຍສິບປີກວ່າຈະຍ່ອຍສະຫລາຍໄດ້ ແຕ່ສຳລັບ Living Cocoon ນັ້ນ ໃຊ້ເວລາສ້າງພຽງແຕ່ອາທິດດຽວເທົ່ານັ້ນ ແລ້ວກໍໃຊ້ເວລາພຽງ 2 – 3 ປີໃນການຍ່ອຍສະຫລາຍ.
ແຕ່ບັນຫາກໍຄື Living Cocoon ຍັງມີລາຄາຂ້ອນຂ້າງສູງ ຕໍ່ 1 ໂລງນັ້ນຢູ່ທີ່ 1,350 ໂດລາ ແຕ່ເຮັນດຣິກຄ໌ກໍຫວັງວ່າ ຖ້າທຸລະກິດຂອງລາວໄດ້ຮັບຄວາມນິຍົມ ແລະມີການສັ່ງຜະລິດໃນຈຳນວນຫລາຍຂຶ້ນ ລາຄາກໍຈະຫລຸດລົງ.
ເຮັນດຣິກຄ໌ຄາດຫວັງໄປໄກວ່າ ມື້ໜຶ່ງ ໂ ລ ງ ສົ ບ ທັງໂລກຈະເປັນໂລງແບບ Mylecium ກັນທັງໝົດ ເພາະວ່າໃນມື້ນີ້ ມະນຸດຄືສິ່ງມີຊີວິດທີ່ຄອບຄອງໂລກ ເຮົາກໍຄວນທີ່ຈະຄືນຮ່າງກາຍຂອງເຮົາສູ່ໂລກ ຕອບແທນທີ່ເຮົາລ້ວນຕິດໜີ້ຄ້າງໂລກນີ້ຈາກການສ້າງມົນພາວະຫລວງຫລາຍຖິ້ມໄວ້.
LOOP ບໍລິສັດແມ່ຜູ້ຜະລິດ Living Cocoon ກໍຍັງຄົງຕັ້ງໜ້າສຶກສາຕໍ່ໄປວ່າ ເມື່ອຮ່າງກາຍມະນຸດເຮົານັ້ນຍ່ອຍສະຫລາຍກາຍເປັນດິນແລ້ວ ຈະມີຜົນກະທົບຕໍ່ຄຸນນະພາບດິນນັ້ນຢ່າງໃດນຳ ເພື່ອທີ່ຈະນຳຂໍ້ດີຂອງຂະບວນການນີ້ໄປນຳສະເໜີຜູ້ມີອຳນາດໃນປະເທດຕ່າງໆ.
ເພື່ອຫວັງວ່າຈະສະໜັບສະໜູນແນວຄິດນີ້ແລ້ວອອກກົດໃຫ້ບັງຄັບໃຊ້ໂ ລ ງ ສົ ບແບບ Mylecium ກັນໃນອະນາຄົດ ເພື່ອທີ່ຈະແປງພື້ນທີ່ຕ່າງໆ ທີ່ເຕັມໄປດ້ວຍມົນພາວະໃຫ້ກາຍເປັນປ່າທີ່ອຸດົມສົມບູນໄດ້ດ້ວຍສານອາຫານຈາກຮ່າງກາຍມະນຸດ.
ລູກຄ້າຄົນທຳອິດທີ່ໃຊ້ບໍລິການ ເປັນຊາວເນເທີແລນດ໌ ອາຍຸ 82 ປີ ທີ່ເສຍຊີວິດລົງແລະເຈາະຈົງໃຫ້ຮ່າງຂອງນາງໄດ້ນອນຢູ່ໃນ Living Cocoon ໄດ້ເຮັດພິທີ ສົ ບ ໄປເມື່ອເດືອນກັນຍາ 2020
ທີ່ມາ: ນັກທຸລະກິດ New CEO Laos