ແຈ້ງປັບຂື້ນລາຄາ

    0
    339

    ນະຄອນຫລວງວຽງຈັນ, ວັນທີ່ 17 ມັງກອນ 2022ເຖິງ: ບັນດາທ່ານລູກຄ້າ ແລະ ຮ້ານຄ້າຂອງບໍລິສັດ ເບຍລາວ ຈໍາກັດ ທີ່ນັບຖື.

    – ເລື່ອງ: ການປັບຂື້ນລາຄາຜະລິດຕະພັນເບຍທັງຫມົດຂອງບໍລິສັດ ເບຍລາວ ຈໍາກັດ ເນື່ອງຈາກການເພີ່ມຂື້ນຂອງອັດຕາອາກອນຊົມໃຊ້ ຮຽນມາຍັງບັນດາລູກຄ້າ ແລະ ຮ້ານຄ້າທຸກໆທ່ານ,

    ເນື່ອງຈາກຜົນກະທົບທາງກົງຈາກການເພີ່ມອັດຕາການເກັບອາກອນຊົມໃຊ້ຂອງທາງພາກລັດ ໃນກຸ່ມຜະລິດຕະພັນເຄື່ອງດື່ມ ປະເພດເບຍທັງຫມົດ ຈິ່ງສົ່ງຜົນໃຫ້ບໍລິສັດເບຍລາວມີຄວາມຈໍາເປັນຕ້ອງໄດ້ປັບຂຶ້ນລາຄາໃນບາງຜະລິດຕະພັນ.

    ທາງບໍລິສັດ ເບຍລາວ ຈໍາກັດ ໄດ້ມີຄວາມພະຍາຍາມຢ່າງເຕັມທີ່ໃນການປັບປຸງປະສິດທິພາບ ແລະ ຄວບຄຸມຕົ້ນທຶນຕ່າງໆທີ່ເພີ່ມ ຂື້ນ ເຮັດໃຫ້ບໍລິສັດ ສາມາດຫລຸດຜ່ອນຜົນກະທົບທາງດ້ານຕົ້ນທຶນທີ່ເກີດຈາກການເພີ່ມຂື້ນຂອງອັດຕາອາກອນຊົມໃຊ້ໄດ້ໃນບາງສ່ວນ ເພື່ອເຮັດໃຫ້ການປັບຂື້ນລາຄາຜະລິດຕະພັນໃນຄັ້ງນີ້ແມ່ນໃຫ້ປັບຂຶ້ນຫນ້ອຍທີ່ສຸດເທົ່າທີ່ຈະເປັນໄປໄດ້.່

    ການປັບຂຶ້ນລາຄາໃຫມ່ໃນຄັ້ງນີ້ ຈະເລີ່ມມີຜົນປະຕິບັດນັບຕັ້ງແຕ່ວັນທີ 17 ມັງກອນ 2002 ເປັນຕົ້ນໄປ ແລະ ທຸກໆການສັ່ງຊື້ ຫລື ການອອກບິນສັ່ງຊື້ໃນວັນທີ 17 ມັງກອນ 2022 ເປັນຕົ້ນໄປນັ້ນແມ່ນຈະເປັນລາຄາທີ່ໄດ້ປັບປຸງໃຫມ່ນີ້.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.