ກ ະຊ ວ ງຖ ະແ ຫຼງຂ່ າວແ ຈ້ງກ ານ ສັ່ ງກວ ດກ າຄື ນ ເນື້ ອເ ພງ

    0
    248

    ກະຊວງຖະແຫຼງຂ່າວແຈ້ງການ ສັ່ງກວດກາຄືນ ເນື້ອເພງ ສອງແງ່ ສາມງ່າມ ລາມົກອານາຈານກະຊວງຖະແຫລງຂ່າວ ສັ່ງພະແນກ ຖະແຫລງຂ່າວ ໃນທົ່ວປະເທດ ກວດກາຄືນບັນດາເນື້ອເພງ ສອງແງ່ ສາມງ່າມ ລາມົກອານາຈານ ອອກຜ່ານສັງຄົນອອນລາຍ ອີງຕາມ ກົດຫມາຍວ່າດ້ວຍສິລະປະການສະແດງ ສະບັບເລກທີ 16/ສພຊ, ລົງວັນທີ 04 ພຶດສະພາ 2017

    ອີງຕາມ ກົດຫມາຍວ່າດ້ວຍສື່ມວນຊົນ ສະບັບເລກທີ 01/ສພຊ, ລົງວັນທີ 04 ພະຈິກ 2016 ອີງຕາມ ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຫ້ອງການ ກະຊວງ ຖວທ ສະບັບເລກທີ138/ຖວທ, ລົງວັນທີ 01 ມີນາ 2021 ອີງຕາມ ທິດຊີ້ນໍາ ຂອງລັດຖະມົນຕີ ກະຊວງ ຖວທ ຄັ້ງວັນທີ 13 ມັງກອນ 2022ອີງຕາມບົດລາຍງານ ຂອງກົມສິລະປະການສະແດງ ສະບັບເລກທີ20/ສປສ, ລົງວັນທີ 13 ມັງກອນ 2022.ຫ້ອງການ ກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຂໍຖືເປັນກຽດ ແຈ້ງມາຍັງ ຫົວຫນ້າ ພະແນກ ຖວທ ແຂວງ, ນະຄອນຫຼວງ ໃນຂອບເຂດທົ່ວປະເທດ ຊາບວ່າ:

    ປະຈຸບັນ ໄດ້ມີການປະດິດແຕ່ງບົດເພລງ ຂັບ-ລໍາ ທີ່ມີເນື້ອໃນລາມົກ, ອະນາຈານ ເຜີຍແຜ່ຜ່ານທາງສື່ອອນລາຍ ເຊິ່ງຜິດຕໍ່ກົດຫມາຍວ່າດ້ວຍສິລະປະການສະແດງ ມາດຕາ 38 ການກວດກາຜະລິດຕະພັນສິລະປະການສະແດງ ໄດ້ກໍານົດວ່າ

    ຜະລິດຕະພັນສິລະປະການສະແດງ, ເນື້ອໃນ ຮູບການເຄື່ອນໄຫວ ຂອງລາຍການສະແດງທຸກປະເພດ ກ່ອນຈະນໍາອອກສະແດງ, ເຜີຍແຜ່, ຊື້-ຂາຍ ຫຼື ຜ່ານສືມວນຊົນທັງພາຍໃນ ແລະ ຕ່າງປະເທດ

    ຕ້ອງໄດ້ຜ່ານການກວດກາ ແລະ ອະນຸຍາດຢ່າງຖືກຕ້ອງ ຈາກຂະແຫນງຖະແຫຼງ ຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຕາມການແບ່ງຂັ້ນຄຸ້ມຄອງ ແລະ ຕາມຂະແຫນງການ, ພາກສ່ວນທີ່ຕົນຂຶ້ນກັບ ແລະ ມາດຕາ 57 ຂໍ້ຫ້າມສໍາລັບນັກສິລະປິນ ຂໍ້ທີ 1 ຫ້າມປະດິດແຕ່ງ ຫຼື

    ນໍາເອົາສິລະປະການສະແດງ ທີ່ເປັນຜິດໄພ, ເຊື່ອມຊາມ, ຊອດກະຈາ, ລາມົກອະນາຈານ, ລົບລູ່ ແຕະຕ້ອງເຖິງກຽດສັກສີ ຂອງບຸກຄົນອຶ່ນ, ກະຕຸ້ນຄວາມຮຸນແຮງ,ອາຊະຍາກໍາ, ສິ່ງເສບຕິດ, ການເຊື່ອຖືງົມງວາຍ ແລະ ອະບາຍຍະມຸກຕ່າງໆ ແລະ ກົດຫມາຍ ວ່າດ້ວຍສື່ມວນຊົນ (ສະບັບປັບປຸງ) ມາດຕາ 66 ຂໍ້ 7

    ໂຄສະນາເຜີຍແຜ່ສິ່ງມຶນເມົາເກີນຂອບເຂດ, ການເຊື່ອຖືງົມງວາຍ, ການກະທໍາທີ່ຜິດ ກັບຮິດຄອງປະເພນີອັນດຶງາມຂອງຊາດ, ພາບ, ສຽງ ແລະ ການກະທໍາ ທີ່ກະທົບຕໍ່ຊີວິດ ແມ່ ແລະ ເດັກ ແລະ ສິ່ງ ຫຍໍ້ທໍ້ອື່ນໆ.ສະນັ້ນ ຈຶ່ງມອບໃຫ້ຫົວຫນ້າພະແນກ ຖວທ ແຂວງ, ນະຄອນຫຼວງ ເອົາໃຈໃສ່ຄື:


    1. ກວດກາຄືນ ບົດເພລງ, ຂັບ-ລຳ ທີ່ບໍ່ໄດ້ກວດຜ່ານ ແລະ ບໍ່ໄດ້ຮັບອະນຸຍາດ ທີ່ບຸກຄົນໄດ້ນໍາໄປລົງເຜີຍແຜ່ຜ່ານສື່ອອນລາຍ ແລະ ໃຫ້ກ່າວເຕືອນ, ສຶກສາອົບຮົມ, ປະຕິບັດວິໄນ ຕາມກົດຫມາຍ ແລະ ລະບຽບການ ທີ່ກໍານົດໄວ້. 2. ໂຄສະນາເຜີຍແຜ່ ກົດຫມາຍວ່າດ້ວຍສິລະປະການສະແດງ ແລະ ກົດຫມາຍວ່າດ້ວຍສື່ມວນຊົນ ໃຫ້ປວງຊົນໄດ້ ຮັບຮູ້ຢ່າງກວ້າງຂວາງ.
    ດັ່ງນັ້ນຈິ່ງແຈ້ງມາຍັງທ່ານ ເພື່ອຮັບຊາບ ແລະ ຈັດຕັ້ງປະຕິບັດດ້ວຍ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.