ສິນສອດ ຖືເປັນສ່ວນໜຶ່ງຂອງປະເພນີການແຕ່ງງານໃນຫຼາຍພື້ນທີ່ ເຊິ່ງຝ່າຍຊາຍ ຫຼື ຝ່າຍຍິງຈະເປັນຜູ້ຈ່າຍສິນສອດນັ້ນແຕກຕ່າງກັນໄປຕາມແຕ່ລະວັດທະນະທຳ ຢ່າງໃດກໍ່ຕາມເລື່ອງສິນສອດຄວນເປັນເລື່ອງທີ່ຕົກລົງຮ່ວມກັນທັ້ງສອງຝ່າຍ ແລະ ຄວນເອີ້ນຕາມພໍເໝາະ ບໍ່ດັ່ງນັ້ນອາດນຳບັນຫາມາໃຫ້ ດັ່ງກໍລະນີໜຸ່ມສາວຊາວຈີນຄູ່ນີ້
ເມື່ອໄວໆນີ້ ຄິບວີດີໂອຂອງງານແຕ່ງແຫ່ງໜຶ່ງໃນປະເທດຈີນກຳລັງເປັນໄວຮັສ ເປັນຄິບຂະນະທີ່ຍິງສາວຄົນໜຶ່ງ ໃສ່ຊຸດສີຂາວບຸກເຂົ້າມາໃນງານ ເຂົ້າມາກອດຂາອ້ອນວອນເຈົ້າບ່າວທັ້ງນ້ຳຕາ
ຕາມລາຍງານ ສາວທີ່ກຳລັງກອດຂາເຈົ້າບ່າວຄື ແຟນເກົ່າ ຂອງລາວ ກ່ອນໜ້ານີ້ທັັງຄູ່ເຄີຍວາງແຜນທີ່ຈະແຕ່ງງານກັນແຕ່ເນື່ອງຈາກແມ່ຂອງຝ່າຍຍິງໄດ້ເອີ້ນຄ່າສິນສອດເປັນຈຳນວນ 660.000 ຢວນ ເຊິ່ງລາວສູ້ຄ່າສິນສອດບໍ່ໄຫວ ຈຶ່ງຕັດສິນໃຈຖອຍຫ່າງແລະຫັນໄປເລີ່ມຕົ້ນກັບຄົນໃໝ່
ດ້ານຝ່າຍຍິງໄດ້ອ້າງວ່າ ຕອນນັ້ນລາວບໍ່ສາມາດຄັດຄ້ານແມ່ໄດ້ ເພາະລາວຖືກປູກຝັງໃຫ້ເຊື່ອຟັງຄອບຄົວມາຕະຫຼອດ ໃນຕອນທຳອິດທີ່ເຂົາຫ່າງຫາຍໄປ ລາວຄິດວ່າຈະໄປເຮັດວຽກເກັບເງິນເພື່ອມາຂໍລາວ ແລ້ວຫາມາຮັບຮູ້ວ່າ ເຂົາກຳລັງຈະແຕ່ງງານໃໝ່
ເມື່ອເຖິງວັນງານ ລາວໄດ້ໃສ່ຊຸດສີຂາວຄຶກັບເຈົ້າສາວບຸກເຂົ້າໄປໃນງານ ແລ້ວເຂົ້າໄປຄຸກເຂົ່າຮ້ອງໄຫ້ອ້ອນວອນ ຂໍໃຫ້ເຂົາອະໄພແລະກັບມາຫາລາວ ພ້ອມກ່າວວ່າແມ່ໄດ້ຫຼຸດຄ່າສິນສອດໃຫ້ແລ້ວ ເຫຼືອພຽງ 180.000 ຢວນເທົ່ານັ້ນ
ແຕ່ວ່າເຂົາບໍ່ໄດ້ຮູ້ສຶກເຫັນໃຈ ຫຼື ສົນໃຈໃນຂໍ້ສະເໜີຂອງລາວເລີຍ ເຂົາຍູ້ລາວລົງພື້ນ ກ່ອນທີ່ຈະໄລ່ລາວອອກໄປຈາກງານ