ກົດໄລ້ ກົດແຊຣ໌ ດວງລາຍວັນ 15 ມັງກອນ ດວງການງານ ດວງການເງິນ ແລະ ດວງຄວາມຮັກ

0
227

ວັນຈັນ:ການງານ ຈະເຮັດທຸລະກິດການງານໃນຊ່ວງນີ້ ຕ້ອງລະມັດລະວັງເອົາໄວ້ກ່ອນຈະດີທີ່ສຸດ ຢ່າປະມາດໃນເລື່ອງນ້ອຍໆ ການເງິນ ຫາເງິນເຂົ້າມາໄດ້ຢ່າງຕໍ່ເນື່ອງ ແລະ ໂຊກດີສະເໝີ ຜູ້ໃຫຍ່ຈະໃຫ້ການຊ່ວຍເຫລືອອຸບປະຖຳທາງດ້ານການເງິນນັ້ນເອງ ຄວາມຮັກ ໂດດເດັ່ນຈະໄດ້ພົບຄົນຜິວສອງສີ ຊຶ່ງຈະເປັນຄົນໃນເຄື່ອງແບບກໍເປັນໄປໄດ້ ແຕ່ກໍຕ້ອງປັບໂຕເຂົ້າຫາກັນຄ່ອນຂ້າງຫລາຍ

ວັນຄານ:ການງານ ເດີນທາງຕິດຕໍ່ການງານຢ່າງເປັນໂຊກໃນຊ່ວງນີ້ ແຕ່ກໍຕ້ອງມີຄວາມສຸຂຸມຮອບຄອບໃນການວາງແຜນທຸລະກິດ ການເງິນ ຫາເງິນເຂົ້າມາໄດ້ຢ່າງຕໍ່ເນື່ອງ ແລະ ເປັນໂຊກ ໃນຊ່ວງນີ້ທາງດ້ານການເງິນຈະຄ່ອງໂຕດີກວ່າເມື່ອກ່ອນ ຄວາມຮັກ ຍັງບໍ່ລົງຕົວທາງດ້ານຄວາມສຳພັນດ້ານຄວາມຮັກໃນຊ່ວງນີ້ ເພາະຢາກຈະພັດທະນາຕົນເອງໃນເລື່ອງການສຶກສາ ຫລືການສ້າງລາຍໄດ້ເພີ່ມເຕີມຫລາຍກວ່າ

ວັນພຸດ:ການງານ ຈະເຮັດທຸລະກິດສິ່ງໃດໃນຊ່ວງນີ້ຈະໂຊກດີໄປທຸກຢ່າງອາດຈະເມື່ອຍ ແຕ່ກໍຈະປະສົບຜົນສຳເລັດທີ່ດີໄດ້ ການເງິນ ມີເລື່ອງທີ່ຕ້ອງຈ່າຍອອກໄປສະເໝີ ບໍ່ສາມາດຄວບຄຸມລາຍຈ່າຍໄດ້ດີພໍ ຄວາມຮັກ ທ່ານມີສະເນ່ຫລາຍໆ ໃນຊ່ວງນີ້ ແລະມີໂອກາດໄດ້ພົບຄົນຜິວຂາວ ເນື່ອງຈາກທຸລະກິດການງານທີ່ຕ້ອງໄດ້ກັນ

ວັນພະຫັດ:ການງານ ຈະພົບອຸປະສັກຕ່າງໆ ກ່ຽວກັບເລື່ອງການງານໃນຊ່ວງນີ້ ຄ່ອຍໆ ແກ້ບັນຫາໄປເທື່ອລະຂັ້ນຕອນກໍຈະເກີດຄວາມສຳເລັດໄດ້ໃນທີ່ສຸດ ການເງິນ ຫາເຂົ້າມາໄດ້ກໍຕ້ອງຈ່າຍອອກໄປ ໃນຊ່ວງນີ້ເປັນລັກສະນະຂອງການໝຸນເງິນໃຫ້ຜ່ານພົ້ນໄປໃຫ້ໄດ້ ຄວາມຮັກ ສຸກສົມຫວັງ ລົງຕົວໃນເລື່ອງຄວາມຮັກດີຂຶ້ນຢ່າງທີ່ຕົນເອງປາດຖະຫນາ ມີໂອກາດພົບຮັກແບບບໍ່ທັນຕັ້ງໂຕກໍເປັນໄປໄດ້

ວັນສຸກ:ການງານ ຈະເຮັດທຸລະກິດໃດໆ ໃນຊ່ວງນີ້ລະວັງ ວາງແຜນການເຮັດວຽກງານໃຫ້ຄອບຄຸມໃນທຸກໆດ້ານ ແລະ ຕ້ອງຕິດຕາມຢູ່ສະເໝີ ການເງິນ ມີເລື່ອງທີ່ຕ້ອງຈ່າຍອອກໄປຕະຫລອດ ທັງເລື່ອງທີ່ເຕັມໃຈຈ່າຍແລະ ບໍ່ເຕັມໃຈ ໃນຊ່ວງນີ້ບໍ່ສາມາດຄວບຄຸມລາຍຈ່າຍໄດ້ດີພໍ ຄວາມຮັກ ຍັງບໍ່ລົງຕົວທາງດ້ານຄວາມສຳພັນດ້ານຄວາມຮັກ ລະວັງຄຳເວົ້າ ແລະຄວາມໃຈຮ້ອນຈະເຮັດໃຫ້ຄວາມສຳພັນແຕກແຍກ

ວັນເສົາ:ການງານ ເຮັດທຸລະກິດການງານໃດໆ ຈະປະສົບຄວາມສຳເລັດ ປະສົບຄວາມໂຊກດີ ແຕ່ກໍຕ້ອງຜ່ານອຸປະສັກໃນຊ່ວງທໍອິດ ໄປໃຫ້ໄດ້ກ່ອນ ການເງິນ ຫາເຂົ້າມາໄດ້ຢ່າງຕໍ່ເນື່ອງ ແລະ ໄດ້ເຂົ້າມາຈາກຄວາມສາມາດຂອງຕົນເອງລ້ວນໆ ຈຶ່ງບໍ່ຕ້ອງຫວັງພຶ່ງພາຄົນອື່ນ ຄວາມຮັກ ມີໂອກາດສົມຫວັງທາງດ້ານຄວາມຮັກຫລາຍຂຶ້ນ ຫລື ມີເລື່ອງຂອງການງານທີ່ຈະມີການປຶກສາເວົ້າກັນນັ້ນເອງ

ວັນອາທິດ:ການງານ ມີການວາງແຜນການງານ ແລະ ລົງມືປະຕິບັດ ທັງຫມົດທັງຕ້ອງເດີນທາງຕິດຕໍ່ງານຄ່ອນຂ້າງຕະຫຼອດໃນໄລຍະນີ້ ການເງິນ ຫາເງິນເຂົ້າມາໄດ້ຢ່າງຕໍ່ເນື່ອງໃນຊ່ວງນີ້ດວງດ້ານໂຊກ ຫລືການເງິນດີຂຶ້ນກວ່າແຕ່ກ່ອນ ຄວາມຮັກ ບໍ່ໄດ້ໃຫ້ຄວາມສຳຄັນທາງດ້ານຄວາມຮັກ ເພາະວ່າມີພາລະກິດຫຼາຍຢ່າງທີ່ຕ້ອງໄປຈັດການໃນຊ່ວງນີ້