ລົດໄຟຕົກລາງ ໃນອິນເດຍ ເສຍຊີວິດ ເກືອບ 10 ຄົນ

    0
    240

    ລົດໄຟຕົກລາງ ໃນອິນເດຍ ເສຍຊີວິດ ເກືອບ 10 ຄົນ

    ຂປລ.ຕາມຂ່າວ ຈາກນີວແດນລີ, ວັນທີ 14 ມັງກອນ 2022, ລົດໄຟ ໂດຍສານ 7 ຕູ້ ເກີດອຸບັດເຫດ ຕົກລາງ ໃນລັດເບັງກໍລ ຕາເວັນຕົກ ຂອງອິນເດຍ ເຮັດໃຫ້ ມີຜູ້ເສຍ ຊີວິດ 9 ຄົນ ໃກ້ກັບສະຖານີ ໄມນາກູຣີ (Maynaguri) ໃນເຂດ ຈັລໄປກູຣີ (Jalpaiguri).

    ຂະນະນີ້ ເຈົ້າໜ້າທີ່ ກູ້ໄພ ຍັງຄົງປະຕິບັດ ໜ້າທີ່ ຢ່າງຕໍ່ເນື່ອງ ເພື່ອຊ່ວຍເຫລືອ ຜູ້ໂດຍສານ ທີ່ຕິດ ຢູ່ໃນຂະບວນ ລົດໄຟອີກ 36 ຄົນ ແລະ ໄດ້ສົ່ງ ຄົນເຈັບ ໄປໂຮງໝໍແລ້ວ. ປັດຈຸບັນ ເຈົ້າໜ້າທີ່ ກ່ຽວຂ້ອງ ພວມສືບສວນ ສອບສວນ ຫາສາເຫດ ທີ່ເກີດຂຶ້ນ ໃນຄັ້ງນີ້ ຢ່າງຮີບດ່ວນ.

    ຮຽບຮຽງຂ່າວໂດຍ ສະໄຫວ ລາດປາກດີ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.