ກິ່ນເໝັນຈາກນໍ້າເສຍຂອງໂຮງງານຂ້າສັດບ້ານນາສ້ຽວ ສົ່ງຜົນກະທົບຮ້າຍແຮງຕໍ່ປະຊາຊົນຜູ້ຢູ່ໃກ້ຄຽງຍັງແກ້ບໍໍ່ຕົກ

0
234

ປະຊາຊົນບ້ານນາສ້ຽວ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ໄດ້ສ່ອງແສງມາວ່າ: ໃນໄລຍະ 2 ເດືອນຜ່ານມານີ້ ການປ່ອຍນໍ້າເສຍຂອງໂຮງງານຂ້າສັດ ບ້ານນາສ້ຽວ ໄດ້ສົ່ງກິ່ນເໝັນໄປທົ່ວບໍລິເວນບ້ານຂອງຕົນ, ໄດ້ສົ່ງຜົນກະທົບຮ້າຍແຮງ ແລະ ສ້າງຄວາມເດືອດຮ້ອນ ຕໍ່ການດຳລົງຊີວິດປະຈຳວັນຂອງປະຊາຊົນເປັນບໍ່ຫນ້ອຍ ແລະ ແກ່ຍາວມາດົນນານແລ້ວແຕ່ຍັງບໍ່ທັນໄດ້ຮັບການແກ້ໄຂ, ໃນຂະນະທີ່ອຳນາດການປົກຄອງພ້ອມພາກສ່ວນກ່ຽວຂ້ອງຕ່າງໆຂອງເມືອງນາຊາຍທອງ ແລະ ເຈົ້າຂອງໂຮງງານຂ້າສັດ ດັ່ງກ່າວກໍໄດ້ຮ່ວມກັນປະຊຸມເພື່ອຫາທາງແກ້ໄຂ.

ດັ່ງໃນວັນທີ 25 ພຶດສະພາ 2021 ຜ່ານມາຊຶ່ງໄດ້ມີບົດບັນທຶກໄວ້ວ່າ: ທາງໂຮງງານຈະຕ້ອງໄດ້ຮີບຮ້ອນແກ້ໄຂດ້ວຍວິທີຕ່າງໆຄື: ໃຊ້ນໍ້າຢາດັບກິ່ນ, ໃຊ້ຢາຂ້າເຊື້ອ, ປູກຫຍ້າ, ປູກຕົ້ນໄມ້ທີ່ສາມາດດັບກິ່ນເໝັນ ແລະ ວາງທໍ່ລະບາຍນໍ້າໃຫ້ມີການໄຫລວຽນ, ແຕ່ ຈົນເຖິງປັດຈຸບັນນີ້ ກໍຍັງບໍ່ສາມາດແກ້ໄຂໄດ້, ໂດຍປະຊາຊົນຜູ້ຢູ່ເຂດໃກ້ຄຽງໃຫ້ຮູ້ຕື່ມວ່າ: ແຕ່ລະວັນຕ້ອງໄດ້ທົນຢູ່ກັບກິ່ນເໝັນຮ້າຍແຮງດັ່ງກ່າວ ແຕ່ 20 ໂມງແລງ ຮອດ 6 ໂມງເຊົ້າ ຍ້ອນມີນໍ້າເປື້ອນຈາກໂຮງງານໄຫລເຕັມໄປຕາມທົ່ງນາ ອ້ອມແອ້ມບໍລິເວນນັ້ນ , ສ້າງມົນລະພິດອັນບໍ່ດີຕໍ່ສະພາບແວດລ້ອມ ແລະ ຊີວິດປະຈຳວັນຂອງຕົນເອງ.

ຊຶ່ງລ່າສຸດໃນວັນທີ 22 ທັນວາ 2021 ຜ່ານມາ ອໍານາດການປົກຄອງບ້ານນາສ້ຽວກໍໄດ້ສະເຫນີໃຫ້ເມືອງເພື່ອເລັ່ງທວງໃຫ້ໂຮງງານຮີບຮ້ອນແກ້ໄຂ ແລະ ເຈົ້າຂອງໂຮງງານເຫັນດີ ຈະສ້າງລະບົບ ບໍາບັດໃຫ້ແລ້ວພາຍໃນໄລະຍະເວລາ 3-5 ເດືອນ ໂດຍຊ່ວງກໍ່ສ້າງນີ້ຈະຫຼຸດຜ່ອນການຜະລິດລົງ ແລະ ເຫັນດີຈະຄວບຄຸ້ມລະງັບກິນເໝັນດັ່ງກ່າວໂດຍ ຈະສ້າງລະບົບບໍາບັດນ້ໍາເສຍໃຫ້ສໍາເລັດໂດຍໄວ.

ແຕ່ຕົວຈິງແມ່ນທາງໂຮງງານຍັງບໍ່ທັນປະຕິບັດໄດ້ຕາມການຕົກລົງດັ່ງກ່າວ, ຂະນະດຽວກັນກໍມີບາງຄັ້ງຄາວເຫັນລົດສະແຕ່ກມາບັນຈຸນ້ໍາເສຍແລ້ວເອົາໄປປ່ອຍລົງທົ່ງນາ ໃນເຂດໃກ້ຄຽງໂດຍລຳພັງຊຶ່ງຍັງສົ່ງກິ່ນເຫມັນຢ່າງຮ້າຍແຮງ ໄປທົ່ວບໍລິເວນດັ່ງກ່າວໂດຍສະເພາະແມ່ນໃນຍາມກາງຄືນເລີ່ມແຕ່ 20 ໂມງ ຫາ 6 ໂມງເຊົ້າ ໃນວົງລັດສະຫມີອ້ອມຂ້າງໂຮງງານຢ່າງຫນ້ອຍກໍປະມານ 2 ກິໂລແມັດ, ສົ່ງຜົນກະທົບຮ້າຍແຮງຕໍ່ສະພາບແວດລ້ອມ ແລະ ຊີວິດປະຈຳວັນຂອງປະຊາຊົນທີ່ກິນບໍ່ແຊບ, ນອນຫລັບມາຫລາຍມື້ຫລາຍເດືອນແລ້ວ, ປະຊາຊົນເຄີຍໄດ້ສະເໜີຕໍ່ທາງອໍານາດການປົກຄອງບ້ານຫລາຍຄັ້ງ ແຕ່ຍັງບໍ່ສາມາດ ແກ້ໄຂຫຍັງໄດ້ ແລະ ຕໍ່ສະພາບດັ່ງກ່າວ ອີກເທື່ອຫນຶ່ງ ຈິ່ງຂໍສະເຫນີຕໍ່ອໍານາດການປົກຄອງເມືອງນາຊາທອງ ດັ່ງນີ້:

1. ໃຫ້ນາດການປົກຄອງເມືອງ ລົງມາກວດກາຄືນ ແລະ ເລັ່ງທວງໃຫ້ໂຮງງານຂ້າສັດຢ່າງຮີບຮ້ອນແກ້ໄຂ.2. ສະເໜີໃຫ້ທາງໂຮງງານຢຸດການຜະລິດຊົ່ວຄາວຈົນກວ່າຈະສ້າງລະບົບບໍາບັດນ້ໍາເສຍໃຫ້ສໍເລັດ ຮຽບຮ້ອຍຈິ່ງອະນຸຍາດໃຫ້ເປີດນໍາເນີນກິດຈະການຕໍ່.
ປັດຈຸບັນນີ້ແມ່ນທາງໂຮງງານຂ້າສັດດັ່ງກ່າວກຳລັງເລັງສ້າງບໍ່ບຳບັດນ້ຳເສຍ ແຕ່ຍັງບໍ່ສຳເລັດ.