ແຈ້ງຂ່າວມໍລະນະພາບ
ເຖິງ: ສິດ ສານຸສິດ ທັງພາຍໃນແລະຕ່າງປະເທດ ໄດ້ຊາບທົ່ວເຖິງກັນວ່າ #ຍາທ່ານໃຫຍ່_ພິມພາ_ອີນທະວົງ ເປັນພຣະມະຫາເຖຣະອົງສຳຄັນ,ເປັນຄະນະທີ່ປຶກສາ ອພສ ສູນກາງ, ເຈົ້າອະທິການວັດພຸດທະວົງແສນສຸກຈະເລີນ ບ້ານນາຂ່າ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ
ໄດ້ມໍລະນະພາບແລ້ວ ໃນຕອນເຊົ້າເວລາ 4:00 ນາທີ ຂອງວັນທີ 13/01/2022 ລວມອາຍຸໄດ້ 93 ປີ,75 ພັນສາ ປະຈຸບັນສາລິລະສັງຂານ ແມ່ນໄດ້ບຳເພັນກຸສົນໄວ້ທີ່ ສາລາໂຮງທັມ ວັດພຸດທະວົງແສນສຸກຈະເລີນ ບ້ານນາຂ່າ ສ່ວນລາຍລະອຽດ ມື້ຊາປະນະກິດສົບ ຈະແຈ້ງໃຫ້ຊາບພາຍຫລັງ,
ທ່ານສາມາດສອບຖາມຂໍ້ມູນເພີ່ມເຕີມໂທລະສັບ02059665665.