ກຽມພົບກັບເພງ “รอพี่ที่เขื่อนน้ำงึ่ม” ໝໍລຳມ່ວນວັດທະນະທຳສອງຝັ່ງແມ່ນ້ຳຂອງ ຂອງຈິນຕະຫຼາ ພູນລາບ ນັກຮ້ອງລູກທຸ່ງໝໍລຳ ທີ່ໂດ່ງດັງຂອງປະເທດໄທ ຮ້ອງຄູ່ກັບ ນັກຮ້ອງເຊື້ອສາຍລາວ ແພັດ ເພັດດາວອນ ໄວໆນີ້.
ໂດຍທີ່ເປັນສິ່ງທີ່ໜ້າສົນໃຈ ແລະ ດຶງດູດໃຈທີ່ສຸດໃນງານນີ້ ກໍໜ້າຈະເປັນຄູ່ພະເອກ-ນາງເອກ MV ເພງນີ້ຄື: ບ່າວແມັກ ແລະ ສາວພອນ ຄູ່ສາມີພັນລະຍາ ເນັດໄອດໍ້ດັງ ທີ່ສ້າງສຽງມ່ວນຫົວ ໃຫ້ກັບຊາວລາວ.
ຫຼັງຈາກທີ່ພາບໂປສເຕີ່ ໂປຣໂໝດຂອງເພງ ໄດ້ອອກມາປາກົດຕໍ່ສາຍຕາ ຫຼາຍຄົນຕ່າງກໍໃຫ້ຄວາມສົນໃຈ ແລະ ລໍຖ້າຟັງ ແລະ ເບິ່ງ MV ເພງນີ້.
ຂໍ້ມູນ-ພາບ: Jintara Poonlarp.