ໜັກໜ່ວງ..!! ເຫດໄຟໄໝ້ຫ້ອງແຖວ ເຂດບ້ານໜອງໜ້ຽວ ມູນຄ່າເສຍຫາຍຫຼາຍກວ່າ 500 ລ້ານກີບ.

    0
    271

    ວັນທີ 10 ມັງກອນ 2022, ເກີດມີເຫດໄຟໄໝ້ ຢູ່ຫ້ອງແຖວ ເຂດບ້ານໜອງໜ້ຽວ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຜົນເສຍຫາຍມີຫ້ອງແຖວ 4 ຫ້ອງ ລວມມູນຄ່າເສຍຫາຍທັງໝົດ 500 ລ້ານກວ່າກີບ.

    ພັທ ຄໍາເພັດ ດາລາວົງ ຫົວໜ້າພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ການເຂົ້າຄວບຄຸມເຫດໄຟໄໝຄັ້ງນີ້ ແມ່ນໃຊ້ລົດມອດໄຟ 3 ຄັນ ແລະ ໃຊ້ເວລາ 3 ຊົ່ວໂມງ ຈິ່ງສາມາດດັບມອດໄດ້ ສ່ວນສາເຫດທີ່ພາໃຫ້ເກີດອັກຄີໄພຄັ້ງນີ້ ແມ່ນຢູ່ໃນຂັ້ນຕອນເກັບກໍາຂໍ້ມູນ ແລະ ສອບສວນຂອງເຈົ້າໜ້າທີ່.

    ກອງບັນຊາການ ປກສ ນວ ຮຽກຮ້ອງມາຍັງ ພໍ່ແມ່ປະຊາຊົນ ຕະຫຼອດຮອດພະນັກງານລັດຖະກອນ ທຸກພາກສ່ວນ ຈົ່ງມີສະຕິໃນການຊົມໃຊ້ໄຟ ທັງນີ້ກໍເພື່ອຫຼີກລ່ຽງບໍ່ໃຫ້ອັກຄີໄພເກີດຂຶ້ນ ແລະ ພ້ອມກັນປະຕິບັດພັນທະ ຖ້າພົບເຫດການໃດທີ່ມີຄວາມສ່ຽງເຮັດໃຫ້ເກີດປະກົດການຫຍໍ້ທໍ້ ສາມາດແຈ້ງເຂົ້າເບີ ວອດແອັບ ປກສ ນວ 020 28899774 ຫຼື ຜ່ານຊ່ອງທາງເຟັສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.

    ຂໍ້ມູນ-ຮູບພາບ: ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ, ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ 1623.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.