ຊາວປະມົງພົບປາພະຍານາກ2ໂຕ ອາດເປັນສັນຍານເຕືອນວ່າຈະເກີດແຜ່ນດິນໄຫວ ພົບປາພະຍານາກ ຫຼື ປາ Oarfish ຫຼື ເປັນທີ່ຮູ້ຈັກກັນວ່າເປັນປາແຜນດິນໄຫວ
ແຖວຊາຍຝັ່ງຄັງນືງ ແຂວງຄັງວອນໂດ ປະເທດເກົາຫຼີໃຕ້ ຈຳນວນ 2 ໂຕ ເຊີ່ງໂຕທຳອິດພົບໃນວັນທີ 7 ມັງກອນ 2022 ທີ່ມາເກີຍຕື້ນຕາຍທີ່ຊາຍຫາດ ເຊີ່ງປາມີຄວາມຍາວ 2 ແມັດ ແລະ ໃນມື້ຕໍ່ມາວັນທີ 8 ມັງກອນ 2022
ຊາວປະມົງກໍ່ຈັບໄດ້ອີກ 1 ໂຕ ທີມີຄວາມຍາວ 3 ແມັດ ປະມານ 1 ຊົ່ວໂມງຕໍ່ມາປາໂຕດັ່ງກ່າວກໍ່ໄດ້ຕາຍໄປ ປາພະຍານາກ ຫຼື ປາ Oarfish ເປັນປາທີ່ອາໄສຢູ່ເຂດນໍ້າເລິກປະມານ 200-1,000 ແມັດ ເມື່ອພົບໃນເຂດເກີຍຕື້ນແບບນີ້ມັກມີຄຳຖາມຕາມມາວ່າຈະເກີດແຜ່ນດິນໄຫວຕາມມາຫຼືບໍ່?
ເພາະສ່ວນຫຼາຍຖ້າພົບເຫັນປາຊະນິດນີ້ມັກຈະເກີດແຜ່ນດິນໄຫວຕາມມາ