ວັນຈັນ:ການງານ ຈະເຮັດທຸລະກິດຫຍັງໃນຊ່ວງນີ້ກໍຕ້ອງເບິ່ງໃຫ້ດີ ວ່າຄຸ້ມຄ່າກັບການລົງທຶນຫລືບໍ່ ການເງິນ ຫາເງິນເຂົ້າມາໄດ້ຢ່າງຕໍ່ເນື່ອງ ບໍ່ມີເລື່ອງເດືອດຮ້ອນ ແລະ ເລື່ອງກັງວົນໃດໆ ຄວາມຮັກ ຈະເລືອກຄົົນທີ່ມີນິໄສດີ ຫລືຄົົນທີ່ມີນິໄສໃກ້ຄຽງກັນໃນຊ່ວງນີ້ນັ້ນເອງ
ວັນຄານ:ການງານ ຕິດຕໍ່ການງານຫລາຍໆ ຊ່ວງນີ້ປະສົບຄວາມສຳເລັດໄດ້ດີຂຶ້ນ ຊື່ສຽງຂອງທ່ານຖືກເວົ້າເຖິງໃນທາງທີ່ດີ ການເງິນ ຈະໄດ້ຮັບເງິນກ້ອນໃນຊ່ວງນີ້ດວງທາງດ້ານການເງິນດີຂຶ້ນກວ່າແຕ່ກ່ອນຢ່າງເຫັນໄດ້ແຈ້ງ ຄວາມຮັກ ມີສະເໜ່ຫລາຍໆ ຊ່ວງນີ້ຈະມີຄົນຢາກເຂົ້າມາເຮັດຄວາມຮູ້ຈັກກັບທ່ານ
ວັນພຸດ:ການງານ ການເຈລະຈາຕໍ່ລອງທາງດ້ານການງານ ຈະປະສົບຄວາມສຳເລັດ ແຕ່ອາດມີອຸປະສັກດ້ວຍເປັນທຳມະດາ ການເງິນ ມີເລື່ອງທີ່ຕ້ອງໃຊ້ຈ່າຍຫລາຍເປັນພິເສດ ແຕ່ກໍເປັນການໃຊ້ເງິນເພື່ອຊື້ຂອງທີ່ຢາກໄດ້ໃຫ້ຕົນເອງ ຄວາມຮັກ ຈະພົບວ່າຕົວເອງນັ້ນມີສະເໜ່ ແຕ່ກໍບໍ່ຄ່ອຍມີເວລາທີ່ຈະສົນໃຈໃຜໃນຊ່ວງນີ້ເພາະວຽກງານຫລາຍແທ້ໆ
ວັນພະຫັດ:ການງານ ການເຈລະຈາຕໍ່ລອງທາງດ້ານການງານປະສົບຄວາມສຳເລັດດີຂຶ້ນ ການເງິນ ໝຸນຫາໃຊ້ຈ່າຍໃຫ້ຜ່ານພົ້ນໄປໄດ້ສະເໝີໃນຊ່ວງນີ້ ຄວາມຮັກ ມີສະເໜ່ຫລາຍໆ ໃນຊ່ວງນີ້ ແຕ່ກໍຍັງບໍ່ມີເວລາທຸ້ມເທໃນເລື່ອງຂອງຄວາມຮັກປານໃດ
ວັນສຸກ:ການງານ ຊ່ວງນີ້ຄ່ອນຂ້າງທີ່ຈະຕ້ອງເດີນທາງເລື້ອຍໆ ໃນເລື່ອງຂອງການຕິດຕໍ່ການງານ ຫລືມີການປັບປ່ຽນຕຳແໜ່ງຫນ້າທີ່ການງານພາຍໃນອົງກອນ ກໍເປັນໄປໄດ້ ການເງິນ ມີຄວາມກັງວົນໃຈ ກໍສາມາດຫາເງິນເຂົ້າມາໄດ້ຢ່າງເປັນໂຊກໃນຊ່ວງນີ້ຮັກ ພົບຄົົນທີ່ຖືກໃຈ ແຕ່ໃນເລື່ອງຂອງໄລຍະທາງ ແລະ ເວລາທີ່ມີໃຫ້ກັນຍັງມີບໍ່ຫລາຍພໍ
ວັນເສົາ:ການງານ ຄວາມຂະຫຍັນຈະນຳພາໂອກາດ ແລະ ຄວາມສຳເລັດທີ່ດີມາສູ່ຕົນສະເໝີ ການເງິນ ຫາເງິນເຂົ້າມາໄດ້ຢ່າງຕໍ່ເນື່ອງດ້ວຍຄວາມສາມາດຂອງຕົນເອງລ້ວນໆ ໃນຊ່ວງນີ້ ຄວາມຮັກ ມີໂອກາດພົບໃຜບາງຄົນ ແຕ່ອາດຕ້ອງເບິ່ງກັນຕໍ່ໄປໃນເລື່ອງຂອງອະນາຄົດ
ວັນອາທິດ:ການງານ ຈະມີໂອກາດເດີນທາງຕິດຕໍ່ງານທັງໃນປະເທດແລະຕ່າງປະເທດ ຕ້ອງມີຄວາມລະອຽດຮອບຄອບໃນເລື່ອງການເຮັດສັນຍາຕ່າງໆ ການເງິນ ຫາເງິນເຂົ້າມາໄດ້ຢ່າງຕໍ່ເນື່ອງໃນຊ່ວງນີ້ ແຕ່ກໍມີເລື່ອງທີ່ຕ້ອງຈ່າຍອອກໄປດ້ວຍ ຄວາມຮັກ ເຖິງມີໃຜບາງຄົນເຂົ້າມາໃນຊ່ວງນີ້ ກໍເປັນການຄົບຫາແບບເປັນເພື່ອນກັນຫລາຍກວ່ານັ້ນເອງ