ເກີດເຫດຝາຂອງຕຶກສູງ 39 ຊັ້ນທີ່ກຳລັງກໍ່ສ້າງຍຸບໂຕລົງມາ ກະທັນຫັນ
ໂດຍເປັນຝາດ້ານນອກ ລະຫວ່າງຊັ້ນທີ່ 28-38 ໃນຂະນະທີ່ກຳລັງ ເທຄອນກີດ ຊັ້ນທີ່ 39 ອຸປະຕິເຫດເກີດຂຶ້ນ ປະມານ 15:45 ນາທີ ຂອງວັນທີ 11 ຕາມເວລາທ້ອງຖິ່ນຂອງ ສ.ເກົາຫຼີ ຈາກການຄົ້ນຫາເບື່ອງຕົ້ນເຈົ້າໜ້າທີ່ໄດ້ ເຂົ້າຊ່ວຍເຫຼືອ ຄົນງານອອກມາໄດ້ 3 ຄົນ ແລະ ຍັງຫາບໍ່ເຫັນ 6 ຄົນ ແລະ ຍັງມີລົດ ທີ່ຢູ່ດ້ານລຸ່ມເສຍຫາຍ 10 ຄັນ
ຂະນະທີ່ທາງການໄດ້ສັ່ງອົບພະຍົກຫລາຍກວ່າ 100 ຄອບຄົວ ແລະ ຮ້ານຄ້າ ຫລາຍກວ່າ 90 ຮ້ານໄດ້ຮັບຄວາມເສຍຫາຍບໍລິສັດ Hyundai Development Company, ຜູ້ຮັບເໝົາໂຄງການ ໄດ້ອອກມາຖະແຫຼງຂໍໂທດ ແລະ ຂໍຮັບຜິດຊອບ ທັງໝົດຕໍ່ອຸປະຕິເຫດທີ່ເກີດຂຶ້ນ
ລ່າສຸດ(12-1-2022) ປະທານາທິບໍດີ ທ່ານ ມຸນ ແຈອິນ ຂອງ ສ.ເກົາຫລີ ໄດ້ສັ່ງສອບສວນ ຢ່າງລະອຽດ ເພື່ອຫາສາເຫດທີ່ແທ້ຈິງ ພ້ອມທັງຮຽກຮ້ອງໃຫ້ເພີ່ມ ມາດຕະການຄວາມປວດໄພ ເພື່ອປ້ອງກັນເຫດການ ແບບນີ້ບໍໃຫ້ເກີດຂຶ້ນອີກ.
AP News