ວັກຊິນຊຸດໃໝ່ຈາກ ລັດຖະບານອົດສະຕຣາລີ ລ້ານກວ່າໂດສເພື່ອປະຊາຊົນລາວ

    0
    266

    ການລະບາດຂອງພະຍາດໂຄວິດ-19 ຈະບໍ່ໝົດໄປຈາກສັງຄົມໂດຍງ່າຍ ສະນັ້ນສິ່ງທີ່ຕ້ອງສຸມໃສ່ຕອນນີ້ນອກຈາກມາດຕະການປ້ອງກັນໂຕເອງແລ້ວ ການສັກວັກຊີນ ເພື່ອສ້າງພູມຄຸ້ມກັນແມ່ນມີຄວາມສຳຄັນທີ່ສຸດ ແລະທຸກຄົນຕ້ອງໄດ້ສັກຕາມເຂັມທີ່ແນະນຳ, ເຊິ່ງຫຼ້າສຸດນີ້ມີຂ່າວວ່າ ທາງລັດຖະບານອົດສະຕຣາລີໄດ້ໃຫ້ການຊ່ວຍເຫຼືອວັກຊິນແກ່ລາວ 1 ລ້ານກວ່າໂດສ ໃນນັ້ນມີວັກຊິນສອງຊະນິດ.

    ພິທີມອບ-ຮັບ ວັກຊີນປ້ອງກັນພະຍາດໂຄວິດ-19 ຈາກການຊ່ວຍເຫຼືອຂອງລັດຖະບານອົດສະຕຣາລີ ຈັດຂຶ້ນໃນວັນທີ 12 ມັງກອນ 2022 ທີ່ກະຊວງສາທາລະນະສຸກ ມີຈຳນວນທັງໝົດ 1.005.580 ໂດສ໌ ເຊິ່ງປະກອບມີວັກຊີນໄຟເຊີ້ (Pfizer BioNTech) 905.580 ໂດສ໌ ແລະ ແອດຕຣາເຊເນກາ (AstraZeneca/Oxford) 100.000 ໂດສ໌ ໃຫ້ແກ່ ສປປ ລາວ ໂດຍການເຂົ້າຮ່ວມຂອງ ທ່ານ ດຣ. ບຸນແຝງ ພູມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ແດນ ເຮລ໌ດອນ, ຮອງຫົວໜ້າຄະນະປະຕິບັດງານຂອງອົດສະຕຣາລີ ແລະ ທ່ານ ນາງ ບີອາເຕ ດາສ໌ັເທວ, ວ່າການແທນຜູ້ຕາງໜ້າ ອົງການຢູນິເຊັບ ປະຈຳ ສປປ ລາວ ພ້ອມດ້ວຍພາກກ່ຽວຂ້ອງ.


    ໂອກາດດັ່ງກ່າວ, ທ່ານ ດຣ. ບຸນແຝງ ພູມມະໄລສິດ ຕາງໜ້າລັດຖະບານແຫ່ງ ສປປ ລາວ ໄດ້ກ່າວ ສະແດງຄວາມຂອບໃຈຢ່າງຈິງໃຈທີ່ສຸດມາຍັງລັດຖະບານອົດສະຕຣາລີ ທີ່ໄດ້ໃຫ້ການຊ່ວຍເຫຼືອໃນການສະໜອງວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ປະຊາຊົນລາວ ຈຳນວນ 1 ລ້ານກວ່າໂດສ໌, ພວກເຮົາມີຄວາມຍິນດີທີ່ສຸດຕໍ່ການປະກອບສ່ວນນີ້ ເຊີ່ງເປັນການສະໜັບສະໜູນຢ່າງໃຫຍ່ຫຼວງຕໍ່ຄວາມພະຍາຍາມຂອງພວກເຮົາໃນປັດຈຸບັນ ເພື່ອບັນລຸເປົ້າໝາຍສັກວັກຊີນໃຫ້ໄດ້ເຖິງ 87,25% ຂອງປະຊາກອນໃນປີ 2022 ເຊີ່ງໃນຂະບວນການນີ້ແມ່ນຈະສຸມໃສ່ກຸ່ມໄວໜຸ່ມ ແລະ ກຸ່ມບຸລິມະສິດອື່ນໆ.
    ວັກຊີນໄຟເຊີ້ ທີ່ຈັດສົ່ງຈາກປະເທດອົດສະຕຣາລີຄັ້ງຫຼ້າສຸດນີ້ ແມ່ນຈະສັກໃຫ້ປະຊາຊົນອາຍຸແຕ່ 12 ຫາ 17 ປີ ເປັນຕົ້ນເພື່ອປະກອບສ່ວນເຂົ້າໃນຄວາມພະຍາຍາມຂອງລັດຖະບານ ສປປ ລາວ ໃນປັດຈຸບັນທີ່ຈະສັກວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ໄວໜຸ່ມ ເພື່ອໃຫ້ພວກເຂົາສາມາດສືບຕໍ່ການຮຽນຢູ່ໃນໂຮງຮຽນໄດ້ຢ່າງປອດໄພ, ໂດຍອີງຕາມແຜນປະຕິບັດການສັກວັກຊີນປ້ອງກັນພະຍາດໂຄວິດ-19 ແຫ່ງຊາດ. ນອກຈາກນີ້, ວັກຊີນໄຟເຊີ້ແມ່ນຍັງຈະໄດ້ສັກໃຫ້ແກ່ກຸ່ມເປົ້າໝາຍອື່ນໆ ລວມທັງຜູ້ມີອາຍຸ 60 ປີຂຶ້ນໄປ, ພະນັກງານສາທາລະນະສຸກໃນທົ່ວປະເທດ ແລະ ຜູ້ມີພະຍາດປະຈໍາຕົວ. ສ່ວນວັກຊີນແອດຕຣາເຊເນກາ ທີ່ອົດສະຕຣາລີ ໄດ້ສະໜອງໃຫ້ແມ່ນຈະສືບຕໍ່ນຳໃຊ້ເພື່ອໃຫ້ການປົກປ້ອງແກ່ບັນດາກຸ່ມບຸລິມະສິດຕາມແຜນປະຕິບັດການສັກວັກຊີນປ້ອງກັນພະຍາດໂຄວິດ-19 ແຫ່ງຊາດ ຕື່ມອີກ.
    ທ່ານ ແດນ ເຮລ໌ດອນ ກ່າວວ່າ: ປະເທດອົດສະຕຣາລີ ມີຄວາມພາກພູມໃຈທີ່ໄດ້ມີບົດບາດໃນການສະໜັບສະໜູນລັດຖະບານ ສປປ ລາວ ໃນການຮັບມືກັບພະຍາດໂຄວິດ-19 ແລະ ໃນການປະຕິບັດການສັກວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ໄດ້ຕາມເປົ້າໝາຍ 87,25% ໃນປີ 2022 ເຊິ່ງວັກຊີນໄຟເຊີ້ ທີ່ປະເທດອົດສະຕາລີໄດ້ສະໜອງໃຫ້ຈະເປັນອົງປະກອບສະໜັບສະໜູນທີ່ສໍາຄັນໃນຍຸດທະສາດຂອງລັດຖະບານ ເພື່ອໃຫ້ການປົກປ້ອງແກ່ໄວໜຸ່ມຈາກພະຍາດດັ່ງກ່າວ.
    ທ່ານ ນາງ ບີອາເຕ ດາສ໌ເທວ ກ່າວວ່າ: “ອົງການຢູນິເຊັບ ມີຄວາມພາກພູມໃຈທີ່ໄດ້ໃຫ້ການສະໜັບສະໜູນການຈັດສົ່ງວັກຊີນປ້ອງກັນພະຍາດໂຄວິດ-19 ຄັ້ງຫຼ້າສຸດນີ້ ຈາກປະເທດອົດສະຕຣາລີ ເຖິງ ສປປ ລາວ ວັກຊີນປ້ອງກັນພະຍາດ ໂຄວິດ-19 ທັງໝົດທີ່ໄດ້ນໍາໃຊ້ໃນ ສປປ ລາວ ລ້ວນແຕ່ໄດ້ຜ່ານການທົດສອບຢ່າງເຂັ້ມງວດ ແລະ ໄດ້ພິສູດແລ້ວວ່າມີຄວາມປອດໄພ ແລະ ມີປະສິດທິພາບໃນການປ້ອງກັນອາການຮ້າຍແຮງ ແລະ ການເສຍຊີວິດຈາກພະຍາດໂຄວິດ-19.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.