R.I.P 7 ກໍລະນີ ເສຍຊີວິດໃໝ່, ພົບຜູ້ຕິດເຊື້ອເພີ່ມໃໝ່ອີກ 916 ຄົນ

    0
    224

    ຄະນະສະເພາະກິດ ລາຍງານກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ລວມທັງ ປະຈໍາວັນທີ 12 ມັງກອນ ປີ 2022 ວ່າມາຮອດ ວັນທີ 11 ມັງກອນ 2022, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 4.913 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ກວດພົບເຊື້ອທັງໝົດ 916 ຄົນ (ຕິດເຊື້ອພາຍໃນ 908 ຄົນ ແລະ ນໍາເຂົ້າ 08 ຄົນ).

    ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ 908 ທັງໝົດ ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້:


    ນະຄອນຫຼວງ 309 ຄົນ, ສະຫວັນນະເຂດ 16 ຄົນ, ຈຳປາສັກ 16 ຄົນ, ສາລະວັນ 19 ຄົນ, ເຊກອງ 4 ຄົນ, ອັດຕະປື 22 ຄົນ, ບໍ່ແກ້ວ 38 ຄົນ, ວຽງຈັນ 33 ຄົນ, ຫຼວງພະບາງ 32 ຄົນ, ຫຼວງນ້ຳທາ 25 ຄົນ, ອຸດົມໄຊ 86 ຄົນ
    ຜົ້ງສາລີ 76 ຄົນ, ໄຊຍະບູລີ 82 ຄົນ, ຊຽງຂວາງ 39 ຄົນ, ຄຳມ່ວນ 16 ຄົນ, ບໍລິຄຳໄຊ 15 ຄົນ, ໄຊສົມບູນ 17 ຄົນ ແລະ ຫົວພັນ 63 ຄົນ

    ສໍາລັບການຕິດເຊື້ອນໍາເຂົ້າ ມີ 08 ຄົນ ຈາກ ນະຄອນຫຼວງ 4 ຄົນ, ຈຳປາສັກ 3 ຄົນ ແລະ ສະຫວັນນະເຂດ 1 ຄົນ ເຊິ່ງທັງໝົດກໍ່ໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.


    ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢຸ່ໃນ ສປປ ລາວ ທັງໝົດ 121.436 ກໍລະນີ, ອອກໂຮງໝໍວານນີ້ 771 ຄົນ, ກຳລັງປິ່ນປົວ 7,367 ຄົນ ແລະ ເສຍຊີວິດສະສົມທັງໝົດ 464 ຄົນ (ເສຍຊີວິດໃໝ່ 07 ຄົນ)
    ສຳລັບຜູ້ເສຍຊີວິດໃໝ່ 7 ຄົນ ຈາກ ນະຄອນຫຼວງ 4 ຄົນ, ສະຫວັນນະເຂດ 1 ຄົນ, ບໍລິຄຳໄຊ 1 ຄົນ ແລະ ເຊກອງ 1 ຄົນ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.