ເປັນເລື່ອງລາວທີ່ມີການແຊຣ໌ກັນເປັນຈຳນວນຫຼວງຫຼາຍເທິງໂລກອອນລາຍຢາກໃຫ້ມີໜ່ວຍງານທີ່ກ່ຽວຂ້ອງໃຫ້ຄວາມຊ່ວຍເຫຼືອ ສຳຫຼັບ ນ້ອງອາດ ເປັນເຍົາວະຊົນທີ່ສູ້ຊີວິດແທ້ໆ
ກ່ອນໜ້ານີ້ຊາວບ້ານລາຍໜຶ່ງປະສານງານກັບໜ່ວຍກ່ຽວຂ້ອງເພື່ອຊ່ວຍເຫຼືອ ໂດຍນ້ອງຢູ່ໃນໄວພຽງປະຖົມ ແລະ ຍັງຕ້ອງຮັບຜິດຊອບເບິ່ງແຍງພໍ່ທີ່ບໍ່ແຂງແຮງພ້ອມດ້ວຍປູ່ຍ່າໄວແກ່ເຖົ້າ
ທຸກຄົນບໍ່ສາມາດຊ່ວຍເຫຼືອຕົວເອງໄດ້ເທົ່າທີ່ຄວນຫຼັງເລີກຮຽນນ້ອງອາດຈະຮັບຈ້າງແກະເມັດເຂົ້າໂພດເຊິ່ງມັນມາຈາກໄຮ່ຂອງເພື່ອນບ້ານ ທີ່ເຫຼືອຖິ້ມເຮັດໃຫ້ນ້ອງຕ້ອງນຳສ່ວນນັ້ນມາ
ແງະອອກແລ້ວເອົາໄປຈຳໜ່າຍອີກເທື່ອໜຶ່ງ ເຖິງວ່ານ້ອງຈະເຮັດຫຼາຍສ່ຳໃດກໍ່ຕາມ ແຕ່ຜົນຕອບແທນບໍ່ພຽງພໍໄດ້ເທົ່າໃດເທົ່ານັ້ນເອງ ຈາກນັ້ນນ້ອງຈະອອກໄປຫາປາຕໍ່ ເພື່ອໃຫ້ຍ່ານຳມາເຮັດອາຫານກິນກັນໃນຄອບຄົວ
ເຊິ່ງຍ່າໄດ້ເລົ່າເຖິງລາຍລະອຽດວ່າ ພໍ່ແມ່ຂອງນ້ອງຕັດສິນໃຈແຍກທາງກັນ ເຮັດໃຫ້ນ້ອງຕ້ອງຢູ່ກັບພໍ່ແຕ່ເມື່ອບໍ່ນານມານີ້ລາວລົ້ມກາຍເປັນຄົນທີ່ຢ່າງບໍ່ໄດ້ອີກຕໍ່ໄປ ເຮັດໃຫ້ເຮົາບໍ່ມີເສົາຫຼັກຫາທຶນ
ຫຼັງຈາກມີຂ່າວອອກໄປຂຶ້້ນຊື່ວ່າຄົນໄທຍ່ອມຊ່ວຍເຫຼືອກັນຢູ່ແລ້ວເພາະຍອດຊ່ວຍເຫຼືອນ້ອງຄ່ອນຂ້າງຫຼວງຫຼາຍ ຕໍ່ມາກໍ່ມີຊາວເນັດຕ່າງເຂົ້າໄປສະແດງຄວາມຄິດເຫັນພ້ອມສົ່ງກຳລັງໃຈໃຫ້ຜ່ານເລື່ອງລາວໄປໃຫ້
ອີກຍັງມີຊາວບ້ານເດີນທາງໄປຍ້ຽມເບິ່ງສະພາບຄວາມເປັນຢູ່ຂອງນ້ອງບອກເລີຍວ່າເປັນພຽງເຮືອນໄມ່ເກົ່າໆທີ່ອາໄສຢູ່ກັນເອງ 4 ຄົນ ດ້ານຍ່າຂອງນ້ອງບອກດີໃຈທີ່ມີຫຼານຊາຍ
ເພາະລາວຊ່ວຍແບ່ງເບົາພາລະຫຼວງຫຼາຍບໍ່ດື້ລ້ຽງງ່າາຍລາວເບິ່ງແຍງພໍ່ໄດ້ດີ ຂະໜາດອຸປະກອນຮຽນບໍ່ພຽບພ້ອມ ແຕ່ນ້ອງກໍ່ບໍ່ເຄີຍອາຍໝູ່ເພື່ອນເລີຍຈັກຄັ້ງແອັດມິນຂໍໍເປັນກຳລັງໃຈໃຫ້ສູ້ຕໍ່ໄປເດີ້ ລຳບາກພຽງໃດຢ່າທໍ້ຊີວິດຍັງມີໂອກາດສະເໝີ