ຈາກເພກ ປ່ອງຢ້ຽມພາສາ ໂພສ ມາສະແດງຄວາມຄິດເຫັນຕໍ່ກະແສເພງ “ເຮັດນາເດີ ບໍ່ໄດ້ເຮັດນົມ” ວ່າ
ເປັນເພງຂອງນັກຮ້ອງ “ສົມບັດ, นัด ชนก” ແລະ ຜູ້ປະກອບອື່ນໆທີ່ແຕ່ງເອງຮ້ອງເອງຕາມຍຸກສະໄໝໃໝ່ ອາໄສການສ້າງຄວາມບັນເທີງດ້ວຍກາາເຜີຍແຜ່ລົງຢູທູບ ແລະ ຊ່ອງທາງອອນລາຍອື່ນໆ ໂດຍບໍ່ໄດ້ເນັ້ນການນຳໃຊ້ຢ່າງເປັນທາງການ ໝາຍຄວາມວ່າບໍ່ໄດ້ຜ່ານຂັ້ນຕອນໃດໆຕາມຫຼັກການຂອງ ຖວທ ແລະ ລະບຽບການດ້ານສື່ໃດໆ.
ເພງນີ້ຖືກເຜີຍແຜ່ລົງຊ່ອງທາງຢູທູບ SOMBATH.97 ວັນທີ 1 ມັງກອນ 2022 ເປັນລືກງາມຍາມດີ (ນັບໄດ້ 11 ມື້ນີ້ ວັນທີ 11ມັງກອນ 2022) ມີຜູ້ເຂົ້າຟັງແລ້ວເກືອບ 3 ລ້ານຄົນ ແລະ ຖືກຮ້ອງຊໍ້າໃນແພັດຟອມຕ່າງໆຈຳນວນຫຼາຍຈົນກາຍເປັນກະແສ.
ດ້ານເນື້ອເພງ ເປັນການຮ້ອງຕອບກັນລະຫວ່າງຍິງ-ຊາຍ ຜູ້ຍິງເລີ່ມກ່ອນ ແລ້ວຈຶ່ງມີຜູ້ຊາຍສອດແຊກເຂົ້າມາຕາມຈັງຫວະດັ່ງນີ້:
ຍິງ ເຮັດນາເດີ ບໍ່ໄດ້ເຮັດນົມ
ບໍ່ຕ້ອງມາຈົ່ມວ່ານົມຂ້ອຍບໍ່ມີ ເນີນນົມອາດຊິບໍ່ມີ ແຕ່ເນີນXີ ອະລັງການ
ບາດວ່າຕອນຢູ່ບ້ານເຈົ້າຄືບໍ່ໄລ່ຂ້ອຍໜີ ທຸກມື້ກະເຮັດແຕ່ໄຮ່ ເຮັດແຕ່ສວນ ເຮັດແຕ່ນາ
ຫາປູຫາປາ ບໍ່ແມ່ນດາລາເກົາຫຼີ ມັນຕິດທີ່ອ້າຍນັ້ນມັນນິດໄສບໍ່ດີ ….
ຂ້າພະເຈົ້າໄດ້ຍິນບັນຫາຊາວເນັດໂຈດຂານກັນຫຼາຍສົມຄວນທັງດ້ານພາສາ, ຮູບການແຕ່ງຕ່າງໆ ຈຶ່ງໄດ້ເຂົ້າໄປຟັງເບິ່ງ ດ້ວຍໃຈເປັນກາງ ຈຶ່ງຂໍເວົ້າດັ່ງນີ້:
ດ້ານເນື້ອໃນ: ໂດຍລວມເນື້ອໃນເພງເວົ້າເຖິງການຕອບໂຕ້ຂອງຝ່າຍຍິງສາວທີ່ຖືກຝ່າຍຊາຍ ຫຼື ບ່າວສໍ່ານ້ອຍໄທບ້ານດຽວກັນເວົ້າສຽດສີໃສ່ເລື່ອງສະລີລະຮ່າງກາຍ ແລະ ເວົ້າເຖິງນິດໄສສ່ວນເລິກຂອງຜູ້ຊາຍທີ່ມັກຄະນອງປາກເລື່ອງຂອງຜູ້ຍິງ.
ການຕອບໂຕ້ດ້ວຍວະລີທີ່ເປີດແປນ
ຝ່າຍຍິງອາດຈະເຫຼືອອົດກັບການເວົ້າສຽດສີຂອງຝ່າຍຊາຍ ເລື່ອງນົມນ້ອຍ ໂດຍປຽບທຽບວ່າ “ຈໍແບນ” ເປັນສິ່ງທີ່ຜູ້ຍິງບໍ່ມັກສຸດໃຈ ຈຶ່ງຕອບກັບໄປແບບແປນໆຄືກັນວ່າ: ເນີນນົມບໍ່ມີ ແຕ່ເນີນຫີອະລັງການ”
ເນື້ອໃນວັກນີ້ ຖືວ່າເປັນບ່ອນກິນສຳລັບເພງນີ້ໄວໜຸ່ມຖືກໃຈ ເຮັດໃຫ້ຜູ້ໃຫຍ່ຫຼາຍຄົນບໍ່ມັກນຳຍ້ອນວ່າເວົ້າເປີດແປນໂພດ ແລະ ພ້ຽນພາສາ ໂດຍສະເພາະການອອກສຽງຕໍ່າ-ສັ້ນວ່າ “ຮິ” ແຕ່ຕ້ອງເຂົ້າໃຈການອອກສຽງເຕັມໆອາດຈະເຮັດໃຫ້ຜິດຕໍ່ກົດຂອງຢູທູບ ແລະ ເຟສບຸກ ເຖິງຂັ້ນຖືກປິດກັ້ນກໍເປັນໄດ້ ຜູ້ຮ້ອງອາດຄຳນຶງເຖິງຈຸດນີ້.
ສຳລັບການຕອບໂຕ້ແບບກົງໆຂອງຝ່າຍຍິງນີ້ ບໍ່ໄດ້ມີສະເພາະໃນເພງນີ້ເພງດຽວ ແຕ່ເຄີຍມີໃນຜະຫຍາບູຮານລາວມາກ່ອນໜ້ານີ້ແລ້ວ ໂດຍຝ່າຍຊາຍເວົ້າວ່າ: “ຕະຕ່າງລ່າງ ເຈົ້າຜູ້ທ້າຍຕ່າງລ່າງ ຂຸມຂີ້ຍາງນ້ອງຄືຊິໃຫຍ່” (ໃຊ້ປຽບທຽບອະໄວຍະວະເພດຍິງວ່າຂຸມຂີ້ຍາງ)
ຜູ້ຍິງຕອບວ່າ: “ໃຫຍ່ບໍ່ໃຫຍ່ບໍ່ຮູ້ ສິບໂຄດເຈົ້າ ຊາວໂຄດເຈົ້າມາເຂົ້າກະບໍ່ເຕັມ” (ໝາຍເຖິງໃຫຍ່ອະລັງການ)
ຕອບໂຕ້ແບບຊີ້ແຈງເຫດຜົນ ເຊັ່ນ: “ເຮັດນາເດີ ບໍ່ໄດ້ເຮັດນົມ”
ໃນເພງກໍບອກຊັດເຈນວ່າ ເປັນຜູ້ສາວໄທບ້ານ ຢູ່ແບບບ້ານໆ ບໍ່ໄດ້ມັກໂອ້ອວດຫຸ່ນຮອຍໃຫ້ໃຜເບິ່ງ ເພາະຕັ້ງໃຈເຮັດນາ ບໍ່ໄດ້ເຮັດນົມ ອາດຈະໝາຍເຖິງວ່າ ຄັນຮັກຂ້ອຍກໍຢ່າວ່າແຕ່ເລື່ອງນົມຫຼາຍ ຮັກກັນດ້ວຍໃຈ ປະມານນີ້.
ຕອບແບບດ່າກັບຄືນ “ທຸກມື້ກະເຮັດແຕ່ໄຮ່ ເຮັດແຕ່ສວນ ເຮັດແຕ່ນາ
ຫາປູຫາປາ ບໍ່ແມ່ນດາລາເກົາຫຼີ ມັນຕິດທີ່ອ້າຍນັ້ນມັນນິດໄສບໍ່ດີ”
ເປັນການຕອບແບບສະທ້ອນກັບວ່າ ເປັນນຳນິດໄສ (ອາດຈະວ່າສັນດານກໍແມ່ນ) ຂອງຜູ້ຊາຍທີ່ມັກປະເມີນຄ່າຂອງຜູ້ຍິງທີ່ຮູບຮ່າງ, ມັກເບິ່ງນົມຜູ້ຍິງເພື່ອບຳເລີສາຍຕາ, ເບິ່ງຜູ້ຍິງເປັນພຽງຂອງຫຼິ້ນ ໂດຍບໍ່ຄຳນຶງເຖິງຈິດໃຈຂອງຜູ້ຍິງ ບໍ່ເບິ່ງຊີວິດການເປັນຢູ່ຂອງຜູ້ຍິງ ມັກແຕ່ທຽບກັບຄົນອື່ນໄປຕ່າງໆນານາ.
ສຳລັບເນື້ອໃນຝ່າຍຊາຍຮ້ອງ ກໍເປັນການສະແດງໃຫ້ເຫັນນິດໄສຂອງຜູ້ຊາຍທັງຫຼາຍ ໂດຍສະເພາະຄຳວ່າ:
“ຈັກເປັນອີ່ຫຍັງ ບໍ່ຕ້ອງມາຊັງ ກໍມັນເປັນຄວາມຈິງຄືຄຳເຂົາວ່າ”
“ຈໍແບນແມ່ຈໍແບນ ຈໍແດນໜຸ່ມຈໍແດນລໍ້ເລ່ນລໍ້ເລ່ນອ້າຍລໍ້ເລ່ນ ຢ່າເພິ່ງນ້ອຍໃຈ
ມັນອາດຈະມີລາງເທື່ອ ທີ່ເຫັນໝາກພ້າວໜ່ວຍໃຫຍ່ ມັນອາດໂດນຈິດໂດນໃຈໃຫ້ມີເລື່ອງປວດຫົວ
ມັນອາດຈະມີເຜີ ບາງທີອາດຈະມີເດີ ຄົນທີ່ຜ່ານໄປກໍເປັນພຽງອາຫານຕາ”
ເປັນການສະແດງໃຫ້ເຫັນວ່າ ຜູ້ຊາຍສ່ວນຫຼາຍມັກເອົາຮູບຮ່າງໜ້າຕາ, ສະລີລະຮ່າງກາຍ ແລະ ພາບລັກທາງກາຍຂອງຜູ້ຍິງມາເວົ້າຢອກເວົ້າມ່ວນແບບຄະນອງປາກໄປວັນໆໂດຍບໍ່ຄຳນຶງເຖິງຄວາມຮູ້ສຶກຂອງຜູ້ຍິງ ອາດຈະເວົ້າຕົບທ້າຍວ່າຢອກ ແລະ ທີ່ຢອກຍ້ອນມັກຮັກກໍຕາມ ມັນບໍ່ໄດ້ດາມຄວາມຮູ້ສຶກໃຫ້ຝ່າຍຍິງໄດ້.
ສຳລັບເນື້ອໃນຂ້າພະເຈົ້າບໍ່ເຂົ້າໃຈແຕ່ບ່ອນວ່າ:
“ບາດວ່າຕອນຢູ່ບ້ານເຈົ້າຄືບໍ່ໄລ່ຂ້ອຍໜີ”
ຈຸດນີ້ຜູ້ແຕ່ງອາດລືມເຖິງບໍລິບົດທາງສັງຄົມ ແລະ ສິດຂອງພົນລະເມືອງລາວ ວ່າ ເຮົາຢູ່ໃນບ້ານ, ເມືອງ ເຖິງຈະບໍ່ມັກໃຜຄົນໜຶ່ງໜ້ອຍຫຼາຍພຽງໃດກໍຕາມ ບໍ່ສາມາດໄລ່ໃຜໜີໂດຍລຳພັງໃຈໄດ້ ເຖິງແມ່ນວ່າເຮັດຜິດກໍຕ້ອງໃສ່ໂທດຕາມກົດໝາຍ, ບໍ່ມີສິດໄລ່ໜີ ດັ່ງນັ້ນ ວັກນີ້ຖືວ່າບໍ່ເໝາະສົມ.
ສ່ວນດ້ານສິລະປະການແຕ່ງເພງ ແລະ ດົນຕີ ຖືວ່າເຂົາກັບຍຸກສະໄໝ ຈະບໍ່ຂໍເວົ້າເຖິງລາຍລະອຽດເພາະແຕ່ລະຄົນມີຄວາມອິດສະຫຼະຂອງແຕ່ລະຍຸກແຕ່ລະສະໄໝ ຄວາມມັກຄວາມມ່ວນແຕ່ລະໄວບໍ່ຄືກັນ ຂໍໃຫ້ເຮັດຕາມຄວາມມັກໄປກ່ອນໂລດ ເລື່ອງລະບຽບທາງການກໍຈັ່ງຄ່ອຍວ່າກັນ ເພາະໄລຍະຜ່ານມາກໍບໍ່ເຫັນເພິ່ນເຮັດຫຍັງກັບເພງ ກັບການໃຊ້ພາສາຂອງສັງຄົມຢູ່ແລ້ວ ຈັກຍັງພາກັນເຮັດວຽກຢູ່ຫຼືບໍ່?
ສຳລັບເພງນີ້ ຖ້າຄະແນນ 10 ແອັດມິນໃຫ້ 9 ຕັດອອກຄະແນນ1 ຍ້ອນວັກ “ບາດວ່າຕອນຢູ່ບ້ານເຈົ້າຄືບໍ່ໄລ່ຂ້ອຍໜີ”
ເພງນີ້ມັນສ່ອງແສງເຖິງບັນຫາໃຫຍ່ສຳລັບຍິງ-ຊາຍ, ບ່າວ-ສາວ ຂອງສັງຄົມແຕ່ອະດີດຈົນເຖິງປັດຈຸບັນ ບໍ່ໄດ້ສະເພາະແຕ່ສັງຄົມລາວລວມທັງຜູ້ຊາຍທັງໂລກ (ອາດບໍ່ໝົດທຸກຄົນ) ທີ່ຜູ້ຊາຍມັກເວົ້າສຽດສີຜູ້ຍິງ, ເບິ່ງຜູ້ຍິງເປັນພຽງຂອງຫຼິ້ນ, ລວນລາມຜູ້ຍິງດ້ວຍສາຍຕາ ແລະ ທ້າທາຍຕໍ່ພາກສ່ວນກວດສອບເນື້ອໃນພາສາພໍສົມຄວນ.
.
ແຕ່ກົງກັນຂ້າມກັບຜູ້ຍິງທັງຫຼາຍຫຼາຍຕ້ອງຍອມຮັບຊາຕາກຳນັ້ນມາໂດຍຕະຫຼອດ, ເຖິງແມ່ນວ່າຜູ້ຍິງຫຼາຍໆຄົນທີ່ທົນຕໍ່ການສຽດສີບໍ່ໄດ້ຕ້ອງໄປເສີມດັງ, ເສີມນົມ, ແຕ່ງໜ້າທາເລັບ, ແຕ່ງອົງຊົງແປ້ງ ແລະ ສິ້ນເປືອງໄປກັບການເຮັດໃຫ້ຕົນເອງສວຍງາມໃນສາຍຕາຂອງຝ່າຍຊາຍ ເພື່ອບໍ່ໃຫ້ຖືກສຽດສີຈາກຝ່າຍຊາຍ ແຕ່ກໍບໍ່ໄດ້ໝາຍຄວາມວ່າທຸກຄົນຈະເຮັດໄດ້ ເນື່ອງດ້ວຍສະພາບປັດໄຈ ແລະ ການເປັນຢູ່ຂອງແຕ່ລະຄົນບໍ່ຄືກັນ.
ທາງທີ່ດີ ຜູ້ຊາຍຄວນສຳນຶກ ແລະ ຫັນມາໃຫ້ກຽດຜູ້ຍິງ, ບໍ່ຄວນເບິ່ງຜູ້ຍິງພຽງຮູບຮ່າງພາບນອກ ເພາະຄົນເຮົາຈະງາມ ບໍ່ແມ່ນພຽງຮູບຮ່າງໜ້າຕາ ແຕ່ມັນມີຫຼາຍອົງປະກອບຂໍໃຫ້ເພງນີ້ເປັນພາບສະທ້ອນໃນທາງທີ່ດີຕໍ່ສັງຄົມ ເປັນຕົວແທນ ໃນແງ່ການຕອບໂຕ້ຈາກໃຈຂອງຝ່າຍຍິງຕໍ່ສັງຄົມດ້ວຍ.
ຈາກ: ປ່ອງຢ້ຽມພາສາລາວ