ເຖົ້າແກ່ ໃຊ້ໜີ້ແທນພະນັກງານ 3 ລ້ານເຮັດໃຫ້ພະນັກງານທຸກຄົນຢາກຈະເຮັດວຽກນຳຈົນກະສຽນອາຍຸ

    0
    263

    ໃນສັງຄົມຂອງເຮົາໃນຍຸກປັດຈຸບັນນີ້ມັກຈະມີຂ່າວຄວາມຂັດແຍ້ງຂອງລູກນ້ອງກັບຫົວໜ້າອອກມາໃຫ້ເຫັນເປັນຈຳນວນຫຼວງຫຼາຍ ເຮັດໃຫ້ການເຮັດວຽກຫາເງິນເປັນເລື່ອງຍາກ

    ແຕ່ Huang Wenxian ເຈົ້າຂອງບໍລິສັດໃນໄຕ້ຫວັນໄດ້ຮັບການຍ້ອງຍໍວ່າເປັນສຸດຍອດເຖົ້າແກ່ແຖມລະບົບສະຫວັດດິການຂອງບໍລິສັດຍັງເຮັດໃຫ້ພະນັກງານທຸກຄົນລ້ວນແຕ່ບອກວ່າ

    ຢາກເຮັດວຽກຢູ່ນີ້ໄປຈົນກະສຽນອາຍຸ ເປັນໂຮງງານຜະລິດລົດພ່ວງລົດບັນທຸກທີ່ໃຫຍ່ທີ່ສຸດໃນໄຕ້ຫວັນ ເຖົ້າແກ່ຂອງບໍລິສັດນີ້ອາຍຸ 60 ແລ້ວ ແຕ່ກໍ່ຍັງມາເຮັດວຽກຮ່ວມກັບພະນັກງານທຸກມື້

    ລາວຮູ້ວ່າພະນັກງານບາງຄົນເດືອດຮ້ອນທາງການເງິນກໍ່ເລີຍບອກກັບທຸກຄົນວ່າ ຢ່າໄປເປັນໜີ້ສິນບັດເຄດິດມີບັນຫາຫຍັງກໍ່ໃຫ້ມາຫາບໍລິສັດ ລາວເລົ່າວ່າຕອນຍັງນ້ອຍ ຕ້ອງຕັ້ງແຜງຂາຍເຄື່ອງແຄມຖະໜົນກັບພໍ່

    ສ່ວນແມ່ກໍ່ໄປຮັບຈ້າງເປັນແມ່ບ້ານ ຊີວິດລຳບາກຫຼາຍເພາະຄວາມຍາກລຳບາກທີ່ເຄີຍພົບ ເຮັດໃຫ້ລາວເຂົ້າໃຈຈິດໃຈຂອງພະນັກງານ ເຖິງວ່າຕອນຍັງນ້ອຍຈະທຸກຍາກ ແຕ່ພໍ່ແມ່ຂອງ Huang Wenxian ກໍ່ຍິນດີທີ່ຈະຊ່ວຍເຫຼືອຄົນອື່ນ

    ເຮັດໃຫ້ຈິດວິນຍານນີ້ລົງເລິກໃນຈິດໃຈຂອງລາວ ລາວເອງກໍ່ຕັດສິນໃຈວ່າ ຖ້າລູກນ້ອງລຳບາກກໍ່ຈະຍື່ນມືເຂົ້າໄປຊ່ວຍແທນການຕຳໜິແລະຕັ້ງຄຳຖາມ ປັດຈຸບັນນີ້ບໍລິສັດມີພະນັກງານ 500 ຄົນ

    ຕາມກົດໝາຍກຳນົດໃຫ້ຈ້າງຄົນພິການເຂົ້າມາເຮັດວຽກພຽງແຕ່ 5 ຄົນ ແຕ່ Huang Wenxian ກໍ່ຮັບຄົນພິການເຂົ້າມາເຮັດວຽກເຖິງ 21 ຄົນ ດັ່ງນັ້ນຈຶ່ງສາມາດເບິ່ງເຫັນຄົນພິການໄດ້ເກືອບທຸກບ່ອນໃນໂຮງງານ

    Huang Wenxian ຮູ້ສຶກວ່າບໍ່ແມ່ນເລື່ອງງ່າຍສຳຫຼັບຄົນພິການທີ່ຈະຊອກວຽກເຮັດ ເຂົາກໍ່ເລີຍຍິນດີມອບໂອກາດເພີ່ມໃຫ້ ເຮັດໃຫ້ລູກຈ້າງຜູ້ພິການໄວ 38 ປີຄົນໜຶ່ງບອກວ່າ ລາວຢາກຈະເຮັດວຽກຢູ່ນີ້ຈົນກະສຽນ

    ແລະບອກພວກເຂົາເຈົ້າວ່າ ພວກເຈົ້າບໍ່ຕ້ອງຂອບໃຈຂ້ອຍ ພຽງແຕ່ເມື່ອໃດທີ່ເຈົ້າມີສັກກາຍະພາບພຽງພໍທີ່ຈະໄປຊ່ວຍເຫຼືອຄົນອື່ນນັ້ນຄືການຕອບແທນທີ່ດີທີ່ສຸດ ເຮັດໃຫ້ກົມແຮງງານປະກາດອອກມາວ່າແນວທາງການຈັດການຂອງບໍລິສັດນີ້ເປັນຕົວຢ່າງທີ່ດີໃຫ້ສຶກສາ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.