ເຫດລົດໃຫຍ່ຟອດຕຳລົດເຄນ ເສຍຊີວິດຄາທີ່ຕິດພາຍໃນລົດ
ໃນວັນທີ 11.01.2022 ເວລາ 11:20ນາທີ ໃດ້ຮັບແຈ້ງເຫດຜ່ານເບີສຸກເສີນ 020 23451624- 020 55330065 ວ່າມີ :
ລົດໃຫຍ່ຕຳກັບລົດເຄນ ຢູ່ບ້ານ ຈຸດ 1 ຄ້ອຍໜ້າປ້ຳນຳ້ມັນພັສ ເມືອງ ຫີນບູນ ແຂວງ ຄຳມ່ວນ
ທີມງານໄປເຖິງຈຸດເກີດເຫດໄດ້ພົບເຫັນຜູ້ເສຍຊີວິດຄາທີ່ຕິດພາຍໃນລົດ 01 ຄົນ ເພດຊາຍ
– ທີມງານກູ້ໄພຂອງພວກເຮົາຈຶ່ງໄດ້ໃຊ້ເຄື່ອງຕັດ-ຖ່າງຜູ້ເສຍຊີວິດອອກຈາກລົດ
ພວກເຮົາຈຶ່ງໄດ້ມ້ຽນສົບຜູ້ເສຍຊີວິດແລ້ວສົ່ງສົບຜູ້ກ່ຽວກັບບ້ານເພື່ອທຳພີທີທາງສາດສະໜາຕໍ່ໄປ .
( ພວກເຮົາຂໍສະແດງຄວາມເສຍໃຈມາຍັງຄອບຄົວຜູ້ເສຍຊີວິດດ້ວຍ )