ສປປ ລາວ ໄດ້ຮັບລົດຕູ້ເຢັນ ສໍາລັບຂົນວັກຊິນ ແລະ ອຸປະກອນໄອທີ

0
243

ຂປລ. ວັນທີ 11 ມັງກອນ 2022 ນີ້, ຢູ່ກະຊວງ ສາທາລະນະສຸກ ໄດ້ມີພີທີ ມອບ-ຮັບລົດຕູ້ເຢັນ ສຳລັບຂົນວັກຊິນ ແລະ ອຸປະກອນໄອທີ ໂດຍການຊ່ວຍເຫລືອຈາກ ອົງການພັດທະນາສາກົນປະເທດສະຫະລັດອາເມລິກາ (USAID) ແລະ ກະຊວງສາທາລະນະສຸກເຢຍລະມັນ (BMG) ຜ່ານອົງການອະນາໄມໂລກ (WHO) ມູນຄ່າ 383.794 ໂດລາສະຫະລັດ ໃຫ້ສູນສຸຂະພາບແມ່ ແລະ ເດັກ, ກະຊວງສາທາລະນະສຸກ (MOH), ເຊິ່ງອຸປະກອນດັ່ງກ່າວ ຈະຊ່ວຍໃຫ້ ສປປ ລາວ ສາມາດນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ເພື່ອຂັບເຄື່ອນວຽກງານສັກຢາ ແລະ ຮັບປະກັນຄວາມຖືກຕ້ອງຂອງຂໍ້ມູນ

ທົ່ວ ສປປ ລາວ ເພື່ອສະໜັບສະໜູນເປົ້າໝາຍຂອງ ສປປ ລາວ ທີ່ຈະສັກວັກຊິນໃຫ້ປະຊາກອນໃຫ້ໄດ້ 80%, ກ່າວຮັບ ຂອງ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາ ລະນະສຸກ ແລະ ກ່າວມອບໂດຍ ທ່ານ ນາງ Annette Knobloch ເອກອັກຄະລັດຖະທູດເຢຍລະມັນ ປະຈຳລາວ, ທ່ານ ນາງ ຈອຍ ມິຊິໂກະ ຊາກຸໄຣ ຮອງທູດແຫ່ງສະຫະລັດອາເມລິກາ ປະຈໍາ ລາວ, ທ່ານ ຄູເລິນ ຮິວ ຮອງຜູ້ຕາງໜ້າອົງການ USAID ປະຈຳລາວ ແລະ ທ່ານ ດຣ ຢູລີ ຮັກສາການແທນຜູ້ຕາງໜ້າອົງການອະນາໄມໂລກ ປະຈຳລາວ, ມີຜູ້ຕາງໜ້າກະຊວງການ ຕ່າງປະເທດ ແລະ ພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ອຸປະກອນດັ່ງກ່າວ, ຈະຊ່ວຍຊຸກຍູ້ສູນສຸຂະພາບແມ່ ແລະ ເດັກ, ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ແລະ ກົມແຜນການ ແລະ ການຮ່ວມມື, ໃນການພັດທະນາລະບົບໃໝ່ ເພື່ອນັດໝາຍ, ລົງທະບຽນລ່ວງໜ້າ ແລະ ບັນທຶກຂໍ້ມູນການສັກວັກຊິນລະດັບບຸກຄົນ ແລະ ສະໜອງບັດວັກຊິນທີ່ນຳໃຊ້ QR code ຢູ່ຈຸດບໍລິການໃຫ້ວັກຊິນ ແລະ ໂຮງໝໍສູນກາງ 5 ແຫ່ງ. ດ້ວຍຄວາມສາມາດດ້ານໄອທີ ທີ່ເພີ່ມຂຶ້ນ, ລະບົບດັ່ງກ່າວ ຈະຂະຫຍາຍໄປສູ່ບັນດາໂຮງໝໍແຂວງ ແລະ ໂຮງໝໍເມືອງ.

ທຶນການຊ່ວຍເຫລືອຄັ້ງນີ້, ຄືອົງການ USAID ມູນຄ່າ 197.633 ໂດລາ, ກະຊວງສາທາ ລະນະສຸກເຢຍລະມັນ ພາຍໃຕ້ທຶນການຊ່ວຍເຫລືອຈາກ BMG ມູນຄ່າ 186.161 ໂດລາ, ໂດຍອົງ ການ WHO ຈະເປັນຜູ້ຮັບຜິດຊອບໃນການຈັດຊື້ ແລະ ຂົນສົ່ງ. ເຄື່ອງຊ່ວຍເຫລືອໃນຄັ້ງນີ້, ນີ້ແມ່ນສ່ວນໜຶ່ງຂອງວຽກງານ ສູນສຸຂະພາບແມ່ ແລະ ເດັກ ເພື່ອປັບປຸງລະບົບການຈັດການຂໍ້ມູນກ່ຽວກັບວັກຊິນ ແລະ ຄວາມສາມາດໃນການຂົນສົ່ງວັກຊິນຂອງ ສປປ ລາວ. ການສະໜັບສະໜູນດັ່ງກ່າວ,ຈະຊ່ວຍໃຫ້ລັດຖະບານລາວ ສາມາດສະໜອງການບໍລິການວັກຊິນໃຫ້ປະຊາຊົນໄດ້ໄວ, ສະດວກ ແລະ ມີປະສິດທິພາບກວ່າເກົ່າ, ລວມທັງການບັນທຶກການສັກວັກຊິນທີ່ຖືກຕ້ອງຊັດເຈນຫລາຍຂຶ້ນ. ພ້ອມກັນນີ້, ກໍຍັງຊ່ວຍຫລຸດຜ່ອນຄວາມແອອັດຢູ່ບ່ອນໃຫ້ບໍລິການວັກຊິນ ແລະ ຫລີກລ່ຽງການສະ ໜອງວັກຊິນບໍ່ພຽງພໍ ແລະ ວັກຊິນທີ່ເກີນ ຢູ່ແຕ່ສະຖານທີ່ໃຫ້ບໍລິການ.

ທ່ານ ບຸນແຝງ ພູມມະໄລສິດ ໄດ້ສະແດງຄວາມຂອບໃຈຢ່າງສູງ ມາຍັງອົງການ USAID, ກະຊວງສາທາລະນະສຸກຂອງເຢຍລະມັນ ແລະ ອົງການອະນາໄມໂລກ ທີ່ໄດ້ປະກອບສ່ວນຊ່ວຍ ເຫລືອ ວຽກງານສັກຢາກກັນພະຍາດ ແລະ ເຫັນວ່າ ລົດຕູ້ເຢັນຂົນສົ່ງອຸປະກອນໄອທີດັ່ງກ່າວ, ຈະຊ່ວຍຊຸກຍູ້ສົ່ງເສີມສູນສຸຂະພາບແມ່ ແລະ ເດັກ, ໂຮງໝໍສູນກາງ 5 ແຫ່ງ ແລະ ໂຮງໝໍເມືອງ 9 ແຫ່ງ ໃນນະຄອນຫລວງວຽງຈັນ ໃຫ້ສາມາດປັບປຸງຄຸນະພາບດ້ານຂໍ້ມູນຂ່າວສານ, ປັບປຸງຂະບວນການປ້ອນຂໍ້ມູນ, ການລາຍງານໃຫ້ທັນເວລາ ແລະ ໄວຂຶ້ນ, ດ້ວຍລະບົບທີ່ຫລຸດຜ່ອນການນຳໃຊ້ເອກະສານ. ພິທີມອບ-ຮັບຄັ້ງນີ້, ແມ່ນສ່ວນໜຶ່ງຂອງຄວາມພະຍາຍາມພວກເຮົາ ທີ່ນໍາໃຊ້ເຕັກໂນໂລຊີເພື່ອຫລຸດຜ່ອນພາລະຂອງແພດໝໍທີ່ເຄັ່ງຕຶງ ແລະ ປັບປຸງການຈັດສົ່ງວັກຊິນ.

ທ່ານ ນາງ ຈອຍ ມິຊິໂກະ ຊາກຸໄຣ ໄດ້ສະແດງຄວາມຊົມເຊີຍ ສປປ ລາວ ຕໍ່ຄວາມສຳເລັດ ໃນການຮັບປະກັນຄວາມປອດໄພ ຂອງປະຊາຊົນລາວ ແລະ ໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນ ດ້ານ ສາຍພົວພັນຮ່ວມມືແບບກວມລວມ ລະຫວ່າງ ສປປ ລາວ ແລະ ສະຫະລັດອາເມລິກາ. ນອກຈາກການຊ່ວຍເຫລືອດ້ານວັກຊິນແລ້ວ, ອຸປະກອນດັ່ງກ່າວ ແມ່ນເປັນສ່ວນໜຶ່ງໃນງົບປະມານ 13 ລ້ານໂດລາສະຫະລັດ ທີ່ທາງລັດຖະບານສະຫະລັດອາເມລິກາ ໄດ້ປະກອບສ່ວນເຂົ້າໃນວຽກງານຮັບມືກັບພະ ຍາດໂຄວິດ-19 ຢູ່ ສປປ ລາວ. ເປົ້າໝາຍຂອງພວກເຮົາ ແມ່ນເພື່ອຊ່ວຍໃຫ້ ສປປ ລາວ ບັນລຸເປົ້າໝາຍການສັກວັກຊິນ, ປ້ອງກັນການເຈັບເປັນຮ້າຍແຮງ ແລະ ຊ່ວຍຮັກສາຊີວິດ.

ກ່ອນວັນຄົບຮອບ 64 ປີ ແຫ່ງການພົວພັນທາງການທູດ ລະຫວ່າງ ເຢຍລະມັນ- ສປປ ລາວ, ທ່ານ ນາງ Knobloch ໄດ້ຊົມເຊີຍຜົນສຳເລັດອັນໃຫຍ່ຫລວງຂອງລັດຖະບານລາວ ໂດຍກ່າວວ່າ: ໃນການຮັບມື ກັບການແຜ່ລະບາດຂອງພະຍາດໂຄວິດ-19 ພວກເຮົາສາມາດຮັບມືໄດ້ຖ້າພວກເຮົາຮ່ວມແຮງຮ່ວມໃຈກັນ. ປະຈຸບັນ, ເຢຍລະມັນ ແລະ ສະຫະລັດອາເມລິກາ ແມ່ນສອງຜູ້ໃຫ້ທຶນທີ່ໃຫຍ່ທີ່ສຸດຂອງໂຄງການ COVAX. ພວກເຮົາທັງສອງປະເທດ ໃຫ້ຄຳໝັ້ນສັນຍາທີ່ຈະຊອກເອົາການຊ່ວຍເຫລືອຈາກຫລາຍຝ່າຍ ເພື່ອຕໍ່ສູ້ກັບພະຍາດລະບາດ ແລະ ຮັບປະກັນການໃຫ້ບໍລິການວັກຊິນໂຄວິດ-19 ທີ່ເທົ່າທຽມ, ໂປ່ງໃສ ແລະ ສາມາດເຂົ້າເຖິງໄດ້, ລວມເຖິງຢາປົວພະຍາດ ແລະ ການບົ່ງ ມະຕິພະຍາດໃນທົ່ວໂລກ. ຂ້າພະເຈົ້າ ຮູ້ສຶກດີໃຈ ທີ່ເຫັນວ່າອຸປະກອນ ຂອງ ລັດຖະບານ ເຢຍລະ ມັນ ສາມາດປະກອບສ່ວນ ປັບປຸງສະຖານທີ່ບໍລິການດ້ານສຸຂະພາບ ຂອງ ສປປ ລາວ ໃນໄລຍະທີ່ມີຫຍຸ້ງຍາກເຊັ່ນນີ້.

ທ່ານ ດຣ. ຢູລີ ຮັກສາການແທນຜູ້ຕາງໜ້າອົງການອະນາໄມໂລກ ປະຈຳ ສປປ ລາວ ກ່າວວ່າ: ພວກເຮົາມີຄວາມຍິນດີ ທີ່ໄດ້ມີໂອກາດສະໜັບສະໜູນກະຊວງສາທາລະນະສຸກ ເພື່ອຊຸກຍູ້ສົ່ງ ເສີມໂຄງການສັກວັກຊິນປ້ອງກັນພະຍາດໂຄວິດ-19, ຂອບໃຈການສະໜັບສະໜູນອັນໃຫຍ່ຫລວງຈາກລັດຖະບານສະຫະລັດອາເມລິກາ ແລະ ເຢຍລະມັນ. ການຊ່ວຍເຫລືອດັ່ງກ່າວ, ຖືວ່າທັນເວລາໂດຍສະເພາະ ພາຍຫລັງທີ່ວັກຊິນໂຄວິດ-19 ມາຮອດຜ່ານໂຄງການ COVAX. ພວກເຮົາຂໍສະແດງຄວາມຊົມເຊີຍ ຕໍ່ລັດຖະບານ ສປປ ລາວ, ໂດຍສະເພາະ ກະຊວງສາທາລະນະສຸກ ກັບຄວາມຄືບໜ້າຢ່າງບໍ່ຢຸດຢັ້ງ ໃນການປົກປ້ອງທຸກຄົນທີ່ມີສິດໄດ້ຮັບວັກຊິນໂຄວິດ-19.
ຂ່າວ-ພາບ: ສຸກສະຫວັດ ສົມສະໜິດ