ສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ໄດ້ລາຍງານ ການເກີດແຜ່ນດິນໄຫວ ໃນວັນທີ 10 ມັງກອນ 2022 ເວລາ 01:50 ໂມງ ໄດ້ພົບສັນຍານການເກີດແຜ່ນດິນໄຫວພາຍໃນປະເທດ ຈໍານວນ 01 ຄັ້ງ ໃນບໍລິເວນເມືອງເມີງ ແຂວງບໍ່ແກ້ວ ມີຈຸດສູນກາງຢູ່ເສັ້ນຂະໜານທີ 20.607 ອົງສາເໜືອ ແລະ ເສັ້ນແວງທີ 100.615 ອົງສາຕາເວັນອອກ ຄວາມແຮງສັ່ນສະເທືອນວັດແທກໄດ້ 1.4 ຣີກເຕີ ມີຄວາມເລິກຈາກໜ້າ ດິນປະມານ 6 ກິໂລແມັດ ຈຸດສູນກາງເກີດແຜ່ນດິນໄຫວ ຢູ່ບໍລິເວນ ບ້ານ ສາລີຮວງ ເມືອງເມິງ ແຂວງບໍ່ແກ້ວ ແລະຫ່າງຈາກເທສະບານເມືອງເມິງ ປະມານ 20 ກິໂລແມັດ.
*ເຫດແຜ່ນດິນໄຫວຄັ້ງນີ້ ເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.