ເຕືອນ ຢ່າປະໝາດໂອມີຄຣອນ ເຖິງບໍ່ຮຸນແຮງ ແຕ່ກໍເປັນອັນຕະລາຍ

    0
    241

    ສຳນັກຂ່າວຕ່າງປະເທດລາຍງານວ່າ ດຣ. ທີໂດຣສ ກິບຣີເຢຊູສ ຜູ້ອຳນວຍການ ໃຫຍ່ອົງການອະນາໄມໂລກ (WHO) ອອກມາເຕືອນວ່າ: ເຖິງວ່າເຊື້ອກາຍພັນໂອມີຄຣອນຈະບໍ່ເຮັດໃຫ້ຜູ້ຕິດເຊື້ອມີອາການຮຸນແຮງເທົ່າເດວຕ້າ ໂດຍສະເພາະຜູ້ທີ່ໄດ້ສັກວັກຊີນຄົບແລ້ວ ແຕ່ທຸກຄົນຢ່າປະໝາດ ເພາະສາມາດເຮັດໃຫ້ຜູ້ຕິດເຊື້ອເກີດອາການຮຸນແຮງ ແລະ ເສຍຊີວິດໄດ້.

    ດຣ. ທີໂດຣສ ກ່າວອີກວ່າ: ເຊື້ອກາຍພັນໂອມີຄຣອນ ມີຄຸນລັກສະນະເໝືອນເຊື້ອກາຍພັນຊະນິດອື່ນໆ ນັ້ນກໍຄື ສາມາດເຮັດໃຫ້ທຸກຄົນເກີດອາການຮຸນແຮງ ແລະ ເສຍຊີວິດໄດ້ ທ່າມກາງສະຖານະການການແຜ່ລະບາດທົ່ວໂລກທີ່ມີເຊື້ອເດວຕ້າເປັນສາຍພັນຫຼັກ ແຕ່ເມື່ອມີເຊື້ອໂອມີຄຣອນລະບາດໄປພ້ອມໆກັນກັບເຊື້ອເດວຕ້າ ຍິ່ງເຮັດໃຫ້ອົງການອະນາໄມໂລກມີຄວາມວິຕົກກັງວົນຫຼາຍຂຶ້ນ ເນື່ອງຈາກເຮັດໃຫ້ມີຜູ້ຕິດເຊື້ອທົ່ວໂລກເພີ່ມຂຶ້ນຢ່າງກ້າວກະໂດດ.

    ດຣ. ທີໂດຣສ ກ່າວອີກວ່າ: ເປົ້າໝາຍຂອງອົງການອະນາໄມໂລກຄື ໃຫ້ທຸກປະເທດໃນໂລກສັກວັກຊີນໃຫ້ແກ່ປະຊາຊົນຂອງຕົນເອງຄົບ 2 ເຂັມ ໃຫ້ກວມເອົາ 70% ໃນກາງປີນີ້ ແຕ່ເມື່ອມາເບິ່ງຄວາມຄືບໜ້າຂອງການສັກວັກຊີນໃນຂະນະນີ້ ຢ່າງໜ້ອຍ 109 ປະເທດທີ່ມີທ່າອ່ຽງວ່າ ຈະບໍ່ບັນລຸເປົ້າໝາຍດັ່ງກ່າວ ເນື່ອງຈາກຍັງບໍ່ມີວັກຊີນພຽງພໍ ບວກກັບອຸປະສັກໃນການກະຈາຍວັກຊີນ.

    ສຳລັບສະຖິຕິຜູ້ຕິດເຊື້ອໃໝ່ໃນຮອບ 1 ອາທິດຜ່ານມາ ມີຜູ້ຕິດເຊື້ອເພີ່ມຂຶ້ນ 9,5 ລ້ານຄົນ ເພີ່ມຂຶ້ນ 71% ເມື່ອທຽບກັບ 1 ອາທິດກ່ອນໜ້ານີ້, ແຕ່ສະຖິຕິຜູ້ເສຍຊີວິດໃນຮອບ 7 ວັນຫຼ້າສຸດຫຼຸດລົງ 10% ຢູ່ທີ່ປະມານ 41 ພັນຄົນ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.