ຫຼາຍຄົນຕົກກະໃຈ ແທ້ບໍປົວໂຄວິດເກືອບ 200 ລ້ານ ໂຮງໝໍຊີ້ແຈງແລ້ວ

    0
    308

    ສັງຄົມຕ່າງກໍບໍເຊື່ອໃນຂ່າວລືປົວໂຄວິດພຽງ 10 ມື້ ໃບບິນອອກມາເກືອບຊັອກ(ສຳລັບຄົນບໍມີເງິນ) 173 ລ້ານກີບ ປາໂທຄືຫລາຍແທ້ ຄວາມຈີງກໍບໍຫຼາຍດອກສຳລັບຜູ້ທີ່ກ້າເຂົ້ານອນໂຮງໝໍລະດັບອິນເຕີຖືວ່າພ້ອມທຸ້ມເຕັມສະປິດເທົ່າໃດບໍວ່າກັນ ການເບິ່ງແຍງຂອງເພິ່ນກໍ່ບໍ່ໜ້າຈະຂາດຕົກບົກພ່ອງ ແລະອີກຢ່າງໂຄວິດກໍບໍປານີໃຜອີກ ຖ້າຢູ່ຂັ້ນວິກິດແລ້ວເພິ່ນຊ່ວຍໃຫ້ກັບມາຢືນຢັດໄດ້ກໍ່ເຖີດ ເງິນຄຳຫາໄດ້.

    ພາຍຫຼັງມີຂ່າວດັງສະນັ່ນຫວັນໄຫວໃນສື່ສັງຄົມອອນລາຍກ່ຽວກັບຄ່າປິ່ນປົວໂຄວິດຢູ່ໂຮງໝໍກະເສມລາດວຽງຈັນ ທາງໂຮງໝໍກໍບໍໄດ້ໃຫ້ທຸກຄົນຄ້າງຄາໃຈ ແລະໄດ້ອອກມາໃຫ້ຄວາມກະຈ່າງແຈ້ງດັ່ງນີ້: ປັດໃຈທີ່ເຮັດໃຫ້ຄ່າໃຊ້ຈ່າຍໃນການຮັກສາຜູ້ປ່ວຍແຕ່ລະລາຍມີຄວາມ ແຕກຕ່າງກັນ ເຊິ່ງປັດໃຈດັ່ງກ່າວປະກອບດ້ວຍ:

    1. ພາວະຄົນໄຂ້ກ່ອນເຂົ້າຮັກສາແມ່ນຢູ່ໃນພາວະການຫາຍໃຈລົ້ມເຫລວ ປະລິມານອົກຊີເຈັນໃນເລືອດຢູ່ໃນ ລະດັບຕໍ່າ 80% – 84% ຈໍາເປັນຈະຕ້ອງໃຫ້ການຮັກສາພາຍໃນຫ້ອງຜູ້ປ່ວຍວິກິດ (ຫ້ອງຜູ້ປ່ວຍມໍລະສຸມ ICU ) / ຫ້ອງຄວາມດັນລົບ ( Negative Pressure ) ໂດຍໃຊ້ອຸປະກອນຊ່ວຍຫາຍໃຈ ເພື່ອເພີ່ມປະລິມານອົກຊີເຈັນໃນ ເລືອດ ( High Flow )

    2. ຜູ້ປ່ວຍມີພະຍາດປະຈໍາຕົວ ເບົາຫວານ ຄວາມດັນ ປະດົງ ໂລກຫມາກໄຂ່ຫລັງ ເຊິ່ງເປັນພາວະສ່ຽງສູງ ທີ່ຈະ ເສຍຊີວິດເຖິງ 80% ໂດຍຂະບວນການຮັກສາຈະຕ້ອງມີການປັບການໃຊ້ຢາຕ່າງໆ ໃນລະຫວ່າງການດໍາເນີນ ຂອງພະຍາດ ເພື່ອທີ່ຈະຮັກສາພາວະຫາຍໃຈລົ້ມເຫລວແລະສາມາດລົດການແຊກຊ້ອນຂອງພະຍາດປະຈໍາຕົວ

    3, ເນື່ອງຈາກພາວະຂອງຜູ້ປ່ວຍທີ່ມີພະຍາດປະຈໍາຕົວ ພາວະແຊກຊ້ອນ ການໃຊ້ຢາໃນການຮັກສາໂຄວິດ 19 ຈໍານວນຫລາຍຊະນິດເພື່ອກູ້ພາວະທາງການຫາຍໃຈທີ່ລົ້ມເຫລວໃຫ້ກັບມາສູ່ສະພາວະປົກກະຕິ

    4. ໃນລະຫວ່າງການດໍາເນີນຂອງພະຍາດ ເຊິ່ງຜູ້ປ່ວຍຕ້ອງພັກຮັກສາຕົວໃນຫ້ອງຜູ້ປ່ວຍວິກິດ( ຫ້ອງຜູ້ປ່ວຍມໍລະ ສຸມ ICU ) / ຫ້ອງຄວາມດັນລົບ ( Negative Pressure ) ແລະຫ້ອງຜູ້ປ່ວຍ ຈໍາເປັນຈະຕ້ອງມີການກວດວິ ນິໄສທີ່ມີຄວາມຈໍາເປັນໃນການຕິດຕາມການດໍາເນີນຂອງພະຍາດ ເຊັ່ນ ການເອັກສ໌ເລປອດ ການເຈາະເລືອດຫາ ທາດໃນຮ່າງກາຍ ( Blood gas ແລະ electrolyte )

    5. ຜູ້ປ່ວຍລາຍນີ້ ຈໍາເປັນຕ້ອງໄດ້ພັກຮັກສາໃນຫ້ອງຜູ້ປ່ວຍວິກິດ ( ຫ້ອງຜູ້ປ່ວຍມໍລະສຸມ ICU ) / ຫ້ອງ ຄວາມດັນລົບ ( Negative Pressure ) ເປັນເວລາ 3ມື້ ຈົນກະທັ້ງລະບົບການຫາຍໃຈກັບມາຢູ່ໃນລະດັບທີ່ປອດ ໄພແລະສາມາດເຄື່ອນຍ້າຍໄປຮັກສາທີ່ຫ້ອງຜູ້ປ່ວຍປົກກະຕິໄດ້.


    – ໂຮງຫມໍກະເສມຣາດ ອິນເຕີຣ໌ເນຊັ່ນແນລ ວຽງຈັນ ຂໍຢືນຢັນວ່າ ໂຮງຫມໍໄດ້ໃຫ້ການຮັກສາພະຍາບານ ເປັນໄປຕາມມາດຕະຖານສາກົນ ໃຫ້ການເບິ່ງແຍງຢ່າງໃກ້ຊິດແລະເຕັມຄວາມສາມາດ ຄ່າໃຊ້ຈ່າຍເປັນໄປຕາມຢາເວດສະພັນ ອຸປະກອນ ເຄື່ອງມືທາງການແພດ ແລະຊັບພະຍາກອນທີ່ໃຊ້ຕາມຕົວຈິງ ຖືກຕ້ອງແລະເຫມາະ ສົມ ລວມໄປເຖິງກ່ອນການໃຫ້ການບໍລິການທາງ ໂຮງຫມໍໄດ້ແຈ້ງໃຫ້ກັບຍາດຜູ້ປ່ວຍຮັບຊາບເຖິງຂັ້ນຕອນ ແລະ ຄ່າໃຊ້ຈ່າຍໃນການຮັກສາກ່ອນການໃຫ້ບໍລິການທຸກຄັ້ງ.
    ຜູ້ປ່ວຍລາຍນີ້ແມ່ນໄດ້ຮັບການຮັກສາຢູ່ພາຍໃນໂຮງຫມໍເປັນເວລາ 10 ມື້ ມີອາການດີຂຶ້ນເປັນລໍາດັບ ຈົນສາມາດກັບໄປພັກຟື້ນຢູ່ກັບຄອບຄົວໄດ້ ໂດຍໄລຍະເວລາສະເລ່ຍຂອງຜູ້ປ່ວຍເຊັ່ນດຽວກັນນີ້ຈະຕ້ອງໃຊ້ເວລາ ໃນການຮັກສາຢ່າງຫນ້ອຍບໍ່ຕໍ່າກວ່າ 21 ວັນ
    ໂຮງຫມໍກະເສມຣາດ ອິນເຕີຣ໌ເນຊັ່ນແນລ ວຽງຈັນ ຂໍຢືນຢັນແລະມຸ່ງຫມັ້ນໃນເຈດຕະນາລົມທີ່ຈະໃຫ້ການ ເບິ່ງແຍງຜູ້ປ່ວຍທຸກຄົນ ຕາມມາດຕະຖານຄຸນນະພາບ ເພື່ອໃຫ້ຜູ້ປ່ວຍໄດ້ກັບໄປໃຊ້ຊີວິດກັບຄອບຄົວຢ່າງເປັນ ປົກກະຕິ ຈຶ່ງຮຽນມາເພື່ອໃຫ້ຮັບຮູ້ມານະທີ່ນີ້
    ໂຮງຫມໍກະເສມຣາດ ອິນເຕີຣ໌ເນຊັ່ນແນລ ວຽງຈັນ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.