ອະດີດສາວເຊຍເບຍ ທົນສູ້ທຸກຄໍາເວົ້າ ສົ່ງໂຕເອງຮຽນຈົນຈົບ ຫອບເງິນເກັບກອງໃຫຍ່ຝາກທະນາຄານ

    0
    220

    ອີກໜຶ່ງເລື່ອງທີ່ຖືກແຊກັນສະນັ່ນໃນໂລກໂຊຊຽວເປັນເລື່ອງຂອງຜູ້ຍິງຄົນໜຶ່ງ(ເປັນຄົນໄທ)ທີ່ໂພສ ຂໍອໍໍາລາອາຊີບສາວເຊຍເບຍ ພ້ອມດ້ວຍພາບເງິນທີ່ຕົນເອງທ້ອນໂຮມໄວ້ເປັນຈໍານວນຫຼາຍ ມີທັງເງິນຫຼຽນເຕັມຕຸກນໍ້າດື່ມຫຼາຍຕຸກ ແລະ ເງິນທະນະບັດອີກຈໍານວນຫຼາຍ ໂດຍລາວໄດ້ກ່າວໄວ້ວ່າຕ້ອງທົນຮັບກັບຄໍາດູຖູກຢຽດຫຍາມສາລະພັດ ແຕ່ກໍສາມາດສົ່ງໂຕເອງຮຽນຈົນຈົບ, ລ້ຽງໂຕເອງໄດ້ ໂດຍບໍ່ຈໍາເປັນຕ້ອງຂໍເງິນພໍ່ແມ່ຈັກບາດ

    ຜູ້ໃຊ້ເຟສບຸກຊື່ Kratai Ruttanawadee ໂພສເລົ່າເລື່ອງລາວຂອງໂຕເອງ ໂດຍຂໍ້ຄວາມກ່າວວ່າ“ອໍາລາວົງການ ອາຊີບນີ້ແຫຼະ ທີ່ສົ່ງໂຕເອງຮຽນຈົນຈົບ ປ. ຕີ ໂດຍທີ່ບໍ່ເຄີຍຂໍເງິນພໍ່ແມ່ຈັກບາດ, ມີເງິນຊື້ໂທລະສັບ, ຊື້ເຄື່ອງສໍາອາງ, ຊື້ເຄື່ອງນຸ່ງ, ດັດຟັນ, ຊື້ໂທລະທັດ, ຊື້ຕູ້ເຢັນ, ມີເງິນທ້ອນ ແຕ່ກ່ອນຈະໄດ້ມາກໍຕ້ອງທົນຄໍາຖູກອຶກກະທຶກ ເປັນຫຍັງຈຶ່ງມາເຮັດວຽກຕໍ່າໆແບບນີ້ ເປັນຫຍັງບໍ່ໄປເຮັດວຽກທີ່ດີກວ່ານີ້.

    ເດັກເຊຍເບຍບໍ່ໄດ້ຂ້າຄົນ ບໍ່ໄດ້ເຮັດວຽກຜິດກົດໝາຍ ຮັກໃນວຽກຂາຍທີ່ສຸດ”ໂດຍໂພສຂອງລາວໄດ້ມີຄົນເຂົ້າໄປຄອມເມັ້ນເປັນຈໍານວນຫຼາຍ ເຮັດໃຫ້ໄດ້ຮັບຄໍາຊົມເຊີຍຈາກຫຼາຍໆຄົນ. ຫຼ້າສຸດໂພສດັ່ງກ່າວໄດ້ຖືກແຊອອກໄປຫຼາຍກວ່າ 4 ພັນແຊແລ້ວ

    ຫວັງວ່າເລື່ອງລາວຂອງຜູ້ຍິງຄົນນີ້ຈະເປັນແຮງບັນດານໃຈໃຫ້ກັບຄົນສູ້ຊີວິດອີກຫຼາຍຄົນເຖິງວ່າອາຊີບທີ່ເຮົາເຮັດຢູ່ຈະບໍ່ໄດ້ມີກຽດຕໍາແໜ່ງທີ່ສູງສົ່ງ ເຖິງຈະຖືກຄົນອື່ນດູຖູກ, ໝິ່ນປະໝາດ ແຕ່ຕາບໃດສິ່ງທີ່ເຮົາເຮັດຢູ່ເປັນອາຊີບທີ່ສຸຈະລິດບໍ່ໄດ້ສ້າງຄວາມເດືອດຮ້ອນໃຫ້ກັບໃຜ ແລະ ມັນຍັງສາມາດລ້ຽງຊີວິດເຮົາໃຫ້ຢູ່ລອດໄດ້ເທົ່ານີ້ກໍໜ້າພູມໃຈທີ່ສຸດແລ້ວ.

    .

    ຈາກ: Kratai Ruttanawadee

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.