ກົດໄລ້ ກົດແຊຣ໌ ດວງລາຍວັນ 9 ມັງກອນ ດວງການງານ ດວງການເງິນ ແລະ ດວງຄວາມຮັກ

0
354

ວັນຈັນ:ການງານ ຖ້າຢາກປະສົບຄວາມສຳເລັດຈະຕ້ອງໃຊ້ຄວາມພະຍາຍາມໃຫ້ຫລາຍຂຶ້ນ ແລະ ຮຽນຮູ້ໃຫ້ຫລາຍຂຶ້ນຈະເຮັດໃຫ້ພົບໂອກາດ ແລະ ຄວາມສຳເລັດທີ່ດີ ການເງິນ ຈະໄດ້ເງິນເຂົ້າມາຢ່າງຕໍ່ເນື່ອງ ຈະພົບຜູ້ອຸປະຖຳທີ່ດີ ຈະໄດ້ເຄື່ອງປະດັບຂອງຖືກໃຈເຂົ້າມາເປັນສິ່ງທີ່ມີຄ່າໃໝ່ຂອງຕົນເອງກໍເປັນໄປໄດ້ ຄວາມຮັກ ຄວາມເຫີນຫ່າງຈະເຮັດໃຫ້ເກີດຄວາມເຫງົາແລະຄວາມຮູ້ສຶກດຽວດາຍ ສະນັ້ນຢາກສົມຫວັງໃນຊ່ວງນີ້ຄວນໃຫ້ເວລາກັບຄົນຮັກແລະຄວນພົບກັນໃຫ້ເລື້ອຍຫລາຍຂຶ້ນ

ວັນຄານ:ການງານ ຈະຕ້ອງໃຫ້ຄວາມເປັນທຳແລະຄວາມສະໜິດສະໜົມກັບບໍລິວານຫລືເພື່ອນຮ່ວມງານໃຫ້ເກີດຄວາມເທົ່າທຽມ ການເງິນ ຈະມີໂຊກໄດ້ຊັບເປັນທະວີຄູນໃນຊ່ວງນີ້ ດວງທາງດ້ານການເງິນຈະເລີນຮຸ່ງເຮືອງດີຂຶ້ນຫລາຍໆ ຫາກມີເງິນຫລາຍຂຶ້ນຄວນຈະຊື້ທີ່ດິນເກັບເອົາໄວ້ ຄວາມຮັກໄລຍະທາງຍັງເປັນອຸປະສັກໃນເລື່ອງຂອງການພົບ ແລະ ມີຄົນຄອຍຖ້າຕິດຕາມເບິ່ງຄວາມສຳພັນຂອງທ່ານ ສະນັ້ນຄວາມຮັກໃນຕອນນີ້ຕ້ອງໃຊ້ເຫດຜົນແລະຄວາມເຂົ້າໃຈກັນຫລາຍໆ ຈຶ່ງຈະດີຕໍ່ຄວາມສຳພັນທີ່ມີຄວາມສຸກ

ວັນພຸດ:ການງານ ຈະຕ້ອງຮຽນຮູ້ສິ່ງໃໝ່ເປັນປະສົບການໃໝ່ແລ້ວຈະພົບໂອກາດໃໝ່ໆ ໃນຄວາມກ້າວໜ້າໃນເສັ້ນທາງທຸນກິດຈະການງານໃນຮູບແບບໃໝ່ ການເງິນ ຄິດເງິນກໍໄດ້ເງິນໃນຊ່ວງນີ້ແຕ່ຈະຕ້ອງແລກດ້ວຍຄວາມສາມາດໃນເລື່ອງຂອງທຸນກິດຈະການງານຫລືການຄ້າທີ່ຕ້ອງໃຊ້ວາດສິລະປະຈະເຮັດໃຫ້ໄດ້ເງິນກ້ອນໃຫຍ່ ຄວາມຮັກ ມີຄວາມເລິກລຶກລົງຕົວໃນເລື່ອງຂອງຄວາມສຳພັນດ້ານຄວາມຮັກ ໂດດເດັ່ນທີ່ຈະສົມຫວັງກັບຄົົນທີ່ມີເກນອາຍຸຕ່າງກັນ

ວັນພະຫັດ:ການງານໃຊ້ເທັກນິກໃໝ່ໃນເລື່ອງຂອງການກ້າຕັດສິນໃຈເລີ່ມຕົ້ນທຸລະກິດທີ່ຈະສ້າງຊື່ສຽງໃຫ້ກັບຕົນເອງແລະຄວາມສຳເລັດທີ່ດີ ການເງິນ ຢູ່ໃນເກນຊົງຕົວ ແຕ່ຕ້ອງລະວັງການໃຊ້ຈ່າຍເງິນໃຫ້ຫຼາຍໆເພາະອາດເຮັດໃຫ້ທ່ານບໍ່ມີເງິນເັກບກໍ່ເປັນໄປໄດ້ ຄວາມຮັກ ຈະພົບຄົນຜິວຂາວໃນຊ່ວງນີ້ແຕ່ເບິ່ງນິໄສຈະເຂົ້າກັນບໍ່ຄ່ອຍໄດ້ ຈຶ່ງມີໂອກາດທີ່ຈະຊອກຫາໃຜຄົນຕໍ່ໄປໃນຊີວິດທີ່ຈະກ້າວເຂົ້າມາຫລາຍກວ່າທີ່ຈະເລືອກຄົົນທີ່ບໍ່ຊັດເຈນໃນປະຈຸບັນ

ວັນສຸກ:ການງານ ປະສົບຄວາມສຳເລັດແລະໂຊກດີ ໝູ່ພື່ອນຈະຄອຍຖ້າຊ່ວຍ ຊ່ວຍເຫລືອທາງດ້ານການງານ ການເງິນ ຍັງປະສົບບັນຫາດ້ານລາຍຈ່າຍແຕ່ມັກຈະພົບຄວາມໂຊກດີ ເມື່ອໃກ້ຈຽນເຖິງເວລາທີ່ຈະເກີດຄວາມເດືອດຮ້ອນທາງດ້ານການເງິນກໍຈະໄດ້ເງິນກ້ອນໃຫຍ່ເຂົ້າມາ ຄວາມຮັກ ເປັນບັນຫາໃນເລື່ອງຂອງເວລາແລະອຸປະສັກຕ່າງໆ ຄວາມຮັກທີ່ບໍ່ຊັດເຈນຢູ່ໃນສະພາວະຄວາມຮັກທີ່ບໍ່ເປີດເຜີຍ ຈຶ່ງຍັງບໍ່ສົມຫວັງດ້ານຄວາມຮັກ

ວັນເສົາ:ການງານ ເຮັດວຽກດ້ວຍຄວາມລະອຽດຮອບຄອບຫລາຍ ພິຖີພິຖັນໃນວິທີການການສ້າງຄວາມສຳເລັດທີ່ດີຢ້ຽມຈະໄດ້ຮັບຄຳຊົມຈາກຜູ້ໃຫຍ່ ການເງິນ ຈະພ​ົບວ່າຕົນເອງຄົ້ນພົບວິທີການຫາເງິນໃນຮູບແບບໃໝ່ ຫລືສ້າງທຸລະກິດໄດ້ຈຳນວນໃຫ້ເງິນເພີ່ມຫລາຍຂຶ້ນເປັນທະວີຄູນຈະເລີນຮຸ່ງເຮືອງຈົນເອົາເງິນໄປຊື້ຂອງຫລືເຄື່ອງປະດັບມີຄ່າ ຄວາມຮັກ ຈະຕັດສິນໃຈແບບບໍ່ທັນຕັ້ງໂຕທີ່ຈະເລືອກໃຜບາງຄົນເພາະຈະພົບກັນແບບບໍ່ທັນຕັ້ງຕົວໃນຊ່ວງນີ້ ທ່ານເປັນຄົົນທີ່ມີສະເໜ່ຫລາຍໆ

ວັນອາທິດ:ການງານ ຖ້າຕ້ອງການກ້າວໜ້າຈະຕ້ອງລົງທຶນອອກໄປ ເກີດການປ່ຽນແປງ ປັບປ່ຽນທຸລະກິດຮູບແບບໃໝ່ໝົດທຸກຢ່າງ ການເງິນ ຈະໂຊກດີຫລາຍກວ່າ 1 ເທື່ອ ເມື່ອໃກ້ຈຽນຈະເຂົ້າສູ່ພາວະລຳບາກຈະພົບຄວາມໂຊກດີດວງປ່ຽນຊະຕາ ຄວາມຮັກ ໃຊ້ອາລົມ ແລະ ຄວາມໃຈຮ້ອນຫລາຍເກີນໄປຄວາມສຳພັນມີໂອກາດນຳພາໄປສູ່ການຂັດແຍ້ງກັນແບບຮຸນແຮງ ຄວນລະມັດລະວັງ