ຍິ່ງຢົງ ຍອດບົວງາມ ສົ່ງຮຽນຈົບນອກ ເດືອນລະລ້ານບາດ ກັບມາເປັນແມ່ຄ້າ ແຕ່ກໍພູມໃຈ!

    0
    252

    ຍິ່ງຢົງ ຍອດບົວງາມ ເປັນທີ່ຮູ້ຈັກກັນດີແລ້ວ ກັບນັກຮ້ອງລູກທຸງ ຊື່ດັງຄົນຫນຶ່ງຂອງໄທເລີຍກະວ່າໄດ້ ຜົນງານເພງຂອງເຂົາ ມີຫລາຍອະລະບໍ້າ ແລະເຂົາຍັງເປັນນັກສະແດງລະຄອນມາແລ້ວຫລາຍເລື່ອງ ແລະເວລາຮ້ອງເພງຍັງມີເອກກະລັກທ່າທາງທີ່ເຮັດໃຫ້ແຟນໆຈື່ຈຳກັນໄດ້ເປັນຢ່າງດີ

    ຍິ່ງຢົງ ມີລູກສາວ 1 ຄົນ ຄືນ້ອງໂຢໂຢ່ ເຊິ່ງຕອນນີ້ນ້ອງໂຢໂຢ່ ສິມລະມາດ ບົວງາມ ຮຽນຈົບນອກ (ຕ່າງປະເທດ) ຄືປະເທດນິວຊີແລນນັ້ງເອງ ຍິ່ງຢົງ ຍັງໄດ້ໂພດວ່າ

    .

    ສິ່ງທີ່ພໍ່ແມ່ຄາດຫວັງກັບບຸດ ຂ້ອຍເຊື່ອວ່າພໍ່ແມ່ທຸກຄົນຄືຈະຄຶດບໍ່ຕ່າງຈາກຂ້ອຍ ນັ້ນຄືການສຶກສາ ການສຶກສາເປັນສິ່ງສຳຄັນທີ່ສຸດໃນໂລກ ມັນກ້າວໄກເຮົາຕ້ອງນຳໃຫ້ທັນ ຂ້ອຍເປັນຄົນທີ່ໃຝ່ຫາມາດ້ວຍຕົນເອງ ມາຕະຫລອດ ເພາະຄອບຄົວບໍ່ສາມາດສົ່ງເຮົາຮຽນໄດ້ ແຕ່ເຮົາກໍສາມາດເຮັດໃຫ້ພໍ່ແມ່ພີ່ນ້ອງເຮົາພາກພູມໃຈໄດ້

    ຍິ່ງຢົງ ເຜີຍອີກວ່າ ທີ່ຕົນຕັດສິນໃຈ ສົ່ງລູກໄປຮຽນນອກ ເພາະເຫັນວ່າຢູ່ໄທນັ້ນ ການຮຽນການສອນມັນບໍ່ໄດ້ດັ່ງໃຈທີ່ຄາດຫວັງ ແລະຕອນນີ້ນ້ອງໂຢໂຢ່ຮຽນຈົບ ແລະກັບມາໄທແລ້ວ ນ້ອງກໍເຮັດວຽກດ້ວຍຕົນເອງ ຄືການເປັນແມ່ຄ້າອອນໄລ ດຸຫມັ່ນຕັ້ງໃຈເຮັດງານແທ້ໆລະ ຂໍແຕ່ເຮັດວຽກສຸຈະລິດ

    ພໍ່ແມ່ກໍພາກພູມໃຈຫລາຍໆແລ້ວ ເອົາເປັນວ່າເປັນກຳລັງໃຈໃຫ້ ນ້ອງໂຢໂຢ່ ຂາຍເຄື່ອງໃຫ້ມີລູກຄ້າຫລາຍໆເດີ ຊື້ໄດ້ຂາຍຫມານ ພູມໃຈແທນອ້າຍຍິ່ງຢົງ ແລະຄອບຄົວແທ້ເດ!

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.