ວິທີປ້ອງກັນຕົນເອງທີ່ດີຈາກ ການຕິດເຊື້ອ ພະຍາດໂ ຄ ວິ ດ 19 ທຸກສາຍພັນ ໃຫ້ປະຕິບັດຕາມນີ້

    0
    352

    ທ່ານ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວຫນ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ກ່າວໃນການຖະແຫຼງຂ່າວປະຈໍາວັນທີ 8 ມັງກອນ 2022 ວ່າ

    ສໍາລັບ ສປປລາວ ກໍ່ຍັງມີການລາຍງານຕິດເຊື້ອໃຫມ່ ແລະ ເສຍຊີວິດໃຫມ່ ແຕ່ລະວັນ ແລະ ໃນ 2 ວັນຜ່ານມາກໍ່ໄດ້ ປະກາດ ແລະ ແຈ້ງໃຫ້ຊາບວ່າໄດ້ມີການ ກວດພົບພະຍາດ ສາຍພັນໂອໄມຄອນ ກໍລະນີ ທໍາອິດໃນ ສປປ ລາວ ເປັນຜູ້ເດີນທາງ ເຂົ້າມາ ສປປລາວ ທາງສາຍການບິນ ຈໍານວນ 01ຄົນ

    ແລະ ມີ ຜູ້ຮ່ວມຖ້ຽວບີນດຽວກັນ ຈໍານວນນຶ່ງ ກໍ່ໄດ້ ຈໍາກັດບໍລິເວນ ແລະ ຕິດຕາມອາການ ຂອງພວກກ່ຽວ ຢ່າງເຄັ່ງຄັດ ຮອດມື້ນີ້ຍັງບໍ່ພົບ ການຕິດເຊື້ອ ເພີ່ມໃນກຸ່ມຄົນດັ່ງກ່າວ ພວກກ່ຽວກໍແມ່ນສືບຕໍ່ຈໍາກັດ ບໍລິເວນ ຈົນຄົບ ກໍານົດເວລາຕາມລະບຽບຫຼັກການ.

    ຕໍ່ກັບສະພາບທີ່ມີການລະບາດຂອງພະຍາດເປັນວົງກ້ວາງ ແລະ ມີການກວດພົບສາຍພັນໂອໄມຄອນໃນປະເທດນີ້, ວິທີປ້ອງກັນການຕິດເຊື້ອ ພະຍາດໂຄວິດ 19 ທຸກສາຍພັນ ລວມທັງ ສາຍພັນໃຫມ່ໄດ້ດີທີ່ສຸດກໍ່ຄື
    1 ທຸກຄົນຕ້ອງໄດ້ຮັບ ວັກຊີນປ້ອງກັນໂຄວິດໃຫ້ຄົບໂດສລວມເຖີງການສັກຢາເຂັມກະຕຸ້ນ, 2 ຮັກສາໄລຍະຫ່າງ, ໃສ່ຜ້າປິດປາກ-ດັງຕະຫຼອດເວລາອອກໄປຂ້າງນອກ ຫຼື ຢູ່ຮ່ວມກັບຄົນອື່ນ,

    3 ໃນສະຖານທີ່ເຮັດວຽກ ກໍ່ໃຫ້ເປີດອາກາດໂລ່ງ ແລະ ຫຼີກລຽງການເດີນທາງໄປສະຖານທີ່ສ່ຽງ,
    4 ສະຖານທີ່ແອອັດມີຫຼາຍຄົນ ແລະ ໝັ່ນອອກກໍາລັງກາຍ,
    5 ກິນອາຫານທີ່ມີປະໂຫຍດຕໍ່ຮ່າງກາຍ ກໍ່ຈະສາມາດສ້າງພູມຄຸ້ມກັນໃຫ້ຮ່າງກາຍໃນການປ້ອງ ກັນການຕິດເຊື້ອໄດ້ລະດັບຫນື່ງ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.