ພຣະມະຫາສົມປອງ ນັກຮົ່ມຜ້າເຫຼືອງສາຍຮານັກເທດຜູ້ເປັນທີ່ຕິດຕາມຢ່າງຫຼວງຫຼາຍຈາກປະຊາຊົນ ຍິ່ງຍຸກເປີດກວ້າງໂລກອອນລາຍແຟນຄັບເພິ່ນກໍ່ມີຢູ່ຫຼາຍບ່ອນຫຼາຍທີ່ລວມທັງຊາວລາວເຮົາ ນຳ ແຕ່ຕອນນີ້ເພິ່ນໄດ້ສິກອອກມາແລ້ວເມື່ອບໍ່ເທົ່າໃດວັນຜ່ານມານີ້ເອງ.
ພໍແຕ່ສິກຈາກຜ້າເຫຼືອງທິດສົມປອງກໍ່ໄລຂາຍເຄື່ອງຕໍ່ເນື່ອງເອີ້ນວ່າມາເປັນພໍ່ຄ້າອອນລາຍເຕັມຕົວ ແລະຍັງເປີດຄວາມໃນໃຈເຖິງຜູ້ຍິງທີ່ແອບມອງຕະຫຼອດມາເປັນທົດສະວັດນັ້ນບໍ່ແມ່ນຄົນອື່ນໄກ ແຕ່ເປັນແມ່ຜູ້ສວຍງາມ ແລະເກັ່ງກາດ ບຸມປານັດດານັ້ນເອງ.
ງານນີ້ໃຜກໍແຊວວ່າ ໂອພໍແຕ່ສິກອັດອັ້ນມາດົນຕ້ອງມາແຮງໃນທຸກໆເລື່ອງແມ່ນແຕ່ເລື່ອງຫົວໃຈກໍ່ບໍເວັ້ນ ເອີ້ນວ່າ ທິດສົມປອງຄົນນີ້ ດັງໄດ້ທຸກສະຖານະການບໍ່ວ່າໃນຊາຍຜ້າເຫຼືອງ ຫຼື ສິກມາເປັນສາມັນຊົນແລ້ວກໍ່ຍິ່ງດັງທະລຸພຸໂພງ.
ທັ້ງນີ້ ທິດສົມປອງ ເລົ່າວ່າຄວາມຈີງຕົນໄດ້ແອບມັກສາວບຸມຕັ້ງແຕ່ດົນໆ ທີ່ເຄີຍໄດ້ພົບກັນ ແຕ່ບໍ່ກ້າສະແດງອອກ ຂະນະດຽວກັນນັກຂ່າວຖາມເຖິງບຸມປານັດດາວ່າ ຮູ້ສືກຕົວຫຼືບໍວ່າ ທິດສົມປອງແອບມັກ ເພິ່ນເອງກໍ່ຕອບວ່າໂຕເອງບໍ່ກ້າຄິດ!!!!
ແມ້ໆ ສາວຜູ້ງາມທັງໜ້າຕາ ແລະສະຕິປັນຍາ ຕະຫຼອດຮອດຈິດໃຈຂະໜາດນັ້ນ ຊາຍໃດຈະບໍມັກລະນໍ ຍິ່ງຖ້າໄດ້ໃກ້ຊິດກໍ່ຍິ່ງຕ້ອງຫຼົງສະເໜເປັນທຳມະດາ ເບິ່ງແຕ່ຜູ້ຊາຍຂອງເພິ່ນແຕ່ລະຄົນຜ່ານມາ ໃຜກໍວ່າທຳອິດຮູ້ພຽງຜີວເພິນບໍມັກເລີຍ ແຕ່ສຸດທ້າຍກໍ່ຕົກຫຼຸມຈົນໄດ້!!!