ສຕລ ປະກາດປົດ ເຊວາໄຣ ເວັນກາດາຣາມ ຄູຝຶກຊາວສິງກະໂປ ຈາກຕໍາແໜ່ງຄູຝຶກທີມຊາດລາວ ພ້ອມແຕ່ງຕັ້ງ ໄມເຄີນ ໄວ ຄູຝຶກຊາວເຢຍລະມັນ ເຂົ້າມາຄຸມທີມແທນ ລຸຍ U23 ຊິງແຂ້ມອາຊຽນ 2022 ແລະ ຊີເກມ
ຜົນງານທີມຊາດລາວ ພາຍໃຕ້ການຄຸມທີມຂອງ ເຊວາໄຣ ເວັນກາດາຣາມ ຄູຝຶກຊາວສິງກະໂປ ໄວ 52 ປີ ໃນ Aff Suzuki cup 2020 4 ນັດຂອງກຸ່ມ B ເສຍໃຫ້ ທີມຊາດຫວຽດນາມ 0-2, ເສຍໃຫ້ ທີມຊາດມາເລເຊຍ 0-4, ເສຍໃຫ້ ທີມຊາດອິນໂດເນເຊຍ 5-1 ແລະ ເສຍໃຫ້ ທີມຊາດກຳປູເຈຍ 0-3. ສະຫຼຸບຕາຕະລາງຄະແນນຂອງກຸ່ມ B ອິນໂດເນເຊຍ ມີ 10 ຄະແນນເທົ່າກັບ ຫວຽດນາມ ແຕ່ອິນໂດເນເຊຍ ຍິງໄດ້ 13 ປະຕູ, ສ່ວນຫວຽດນາມ ຍິງໄດ້ 9 ຄະແນນ ເຂົ້າຮອບ 4 ທີມສຸດທ້າຍຕໍ່ໄປ, ສ່ວນ ມາເລເຊຍມີ 6 ຄະແນນ, ກຳປູເຈຍ ມີ 3 ຄະແນນ ແລະ ທີມຊາດລາວ ບໍ່ມີຄະແນນ ຍິງໄດ້ 1 ປະຕູ ເສຍ 14 ປະຕູ ຕົກຮອບ.
ທີມຊາດລາວ ພາຍໃຕ້ການຄຸມທີມຂອງ ຊຸນດຣາມມູນຕຣີ ຄູຝຶກຊາວສິງກະໂປ ໄວ 56 ປີ ຕົກຮອບແບບບໍ່ມີຄະແນນ 2 ຄັ້ງຕິດຕໍ່ກັນ ຕໍ່ຈາກປີ 2018 ເສຍທັງ 4 ນັດ ຍິງໄດ້ 3 ປະຕູ ເສຍໃຫ້ 12 ປະຕູ. ດັ່ງນັ້ນ ສຕລ ປະກາດປົດ ເຊວາໄຣ ເວັນກາດາຣາມ ອອກຈາກຕໍ່າແໜ່ງຄູຝຶກທີມຊາດລາວ ໂດຍໃຫ້ໄປພັດທະນາເຍົາວະຊົນ.
ພ້ອມກັນນີ້ ສຕລ ກໍ່ໄດ້ແຕ່ງຕັ້ງ (Michael Weiß) ຄູຝຶກຊາວເຢຍລະມັນ ໄວ 56 ປີ ເຂົ້າມາຄຸມທີມຊາດລາວ ໂດຍເຊັນສັນຍາ 3 ປີ ຈະຄຸມທີມຊາດລາວ ເຂົ້າຮ່ວມເຕະບານຊາຍ ຮຸ່ນອາຍຸບໍ່ເກີນ 23 ປີ ຊິງແຊ້ມອາຊຽນ 2022 ທີ່ປະເທດກຳປູເຈຍ ແລະ ຊີເກມ 2021 ທີ່ປະເທດຫວຽດນາມ ທີ່ເລື່ອນມາແຂ່ງຂັນໃນປີນີ້.
Cr: ຂ່າວກິລາ LaoNationalTV