ກົດໄລ້ ກົດແຊຣ໌ ດວງລາຍວັນ 7 ມັງກອນ ດວງການງານ ດວງການເງິນ ແລະ ດວງຄວາມຮັກ

0
284

ວັນຈັນ:ການງານ ຈະຈັບງານຫລືທຸລະກິດສິ່ງໃດໃນຊ່ວງນີ້ຈະປະສົບຄວາມສຳເລັດດີ ມີຄວາມກ້າວໜ້າ ມີຄວາມສຳເລັດເກີນກວ່າທີ່ຄາດຫວັງ ການເງິນ ມີແຕ່ເລື່ອງຈ່າຍໃນຊ່ວງນີ້ ພາລະທີ່ຕ້ອງຈ່າຍໃນໄລຍະນີ້ມີຫລາຍເປັນພິເສດ ຄວາມຮັກ ຍັງກັງວົນໃຈດ້ານຄວາມຮັກຄວາມສຳພັນ ເພາະຍັງບໍ່ໄດ້ຮັບຄວາມຊັດເຈນດ້ານຄວາມຮັກໃນຊ່ວງນີ້

ວັນຄານ:ການງານ ເລື່ອງການງານພົບຄວາມວຸ້ນວາຍ ຊຶ່ງຕ້ອງໃສ່ໃຈໃນເລື່ອງລາຍລະອຽດໃຫ້ຫລາຍກວ່ານີ້ເພື່ອຄວາມຜິດພາດໃນເລື່ອງການງານ ການເງິນ ພົບຄວາມກັງວົນໃຈກ່ອນ ແລ້ວຈຶ່ງຈະມີໂຊກໄດ້ເງິນເຂົ້າມາເພິ່ມເຕິມເພີ່ມຂຶ້ນກໍເປັນໄປໄດ້ ຄວາມຮັກ ຍັງຄົງປາດຖະຫນາໃນເລື່ອງຄວາມຮັກທີ່ຈິງຈັງ ແລະຈິງໃຈ ແຕ່ກໍຍັງບໍ່ເປັນເຊັ່ນນັ້ນ ແລະຊ່ວງນີ້ກໍຍັງມີເລື່ອງຂັດແຍ້ງກັບຄົົນທີ່ຄົບຫາກັນຢູ່

ວັນພຸດ:ການງານ ຕ້ອງເດິນທາງເພື່ອຕິດຕໍ່ງານຄ່ອນຂ້າງເລື້ອຍໃນຊ່ວງນີ້ ຈຶ່ງຄວນລະມັດລະວັງບໍ່ຄວນປະມາດໃນການເດິນທາງ ການເງິນ ບໍລິຫານການໃຊ້ຈ່າຍ ການໃຊ້ເງິນໄດ້ຢ່າງເປັນໂຊກ ມີໂອກາດໄດ້ເງິນ ໄດ້ໂຊກເຂົ້າມາເພິ່ມເຕິມກໍເປັນໄປໄດ້ ຄວາມຮັກ ມີໂອກາດພົບຄູ່ ພົບຄົົນທີ່ຖືກໃຈ ລາວເປັນຄົນອາຍຸຫລາຍກວ່າ ຈິງຈັງ ຈິງໃຈ ທ່ານຈະນຳຄວາມຊ່ວຍເຫລືອບາງຢ່າງມາໃຫ້ທ່ານ

ວັນພະຫັດ:ການງານ ຈະເຮັດວຽກສິ່ງໃດໃນຊ່ວງນີ້ປະສົບຄວາມສຳເລັດຢູ່ໃນເກນທີ່ດີ ໂດຍສະເພາະດ້ານໄອທີ ດ້ານການທະນາຄານ ດ້ານວົງການບັນເທີງ ການເງິນ ໝຸນຫາໃຊ້ຈ່າຍດ້ານການເງິນໃຫ້ຜ່ານພົ້ນໄປໄດ້ຢ່າງເປັນໂຊກດີສະເໝີ ຄວາມຮັກ ມີໂອກາດພົບຮັກ ພົບຄົົນທີ່ຖືກໃຈທີ່ຈະມີເຂົ້າມາໃນຊ່ວງນີ້ ແຕ່ຄົົນທີ່ເຂົ້າມາກໍຢາກຈະໃຫ້ທ່ານຊ່ວຍເຫລືອບາງຢ່າງເຊັ່ນກັນ

ວັນສຸກ:ການງານ ຈະຈັບງານຫຍັງມີຄວາມສຳເລັດຢູ່ໃນເກນທີ່ດີ ມີຄົນໃຫ້ຄວາມຊ່ວຍເຫລືອ ຫລືມີຄວາມກ້າວໜ້າທາງດ້ານທຸລະກິດການງານຢ່າງເຫັນໄດ້ແຈ້ງ ການເງິນ ຊ່ວງນີ້ຢູ່ໃນເກນຊົງຕົວກ່ຽວກັບເລື່ອງລາຍຮັບລາຍຈ່າຍ ຍັງບໍ່ມີຫຍັງປ່ຽນແປງປານໃດ ຄວາມຮັກ ຊ່ວງນີ້ຍັງບໍ່ມີເວລາໃນການສື່ສານກັນປານໃດ ເພາະມີເລື່ອງທີ່ຕ້ອງໄປຈັດການອີກຫລວງຫລາຍ ຈຶ່ງຍັງບໍ່ມີເວລາໃຫ້ເລື່ອງຄວາມຮັກນັ້ນເອງ

ວັນເສົາ:ການງານ ເອກະສານສັນຍາເຮັດໃຫ້ເກີດຄວາມລ່າຊ້າ ເພື່ອນຮ່ວມງານຍັງໄວ້ໃຈບໍ່ໄດ້ ຈຶ່ງຕ້ອງເຮັດສິ່ງຕ່າງໆ ດ້ວຍຕົນເອງ ການເງິນ ມີໂຊກຈະໄດ້ເງິນເຂົ້າມາ ເປັນມື້ໂຊກດີຂອງທ່ານຫລາຍໆ ມື້ໜຶ່ງເລີຍ ຄວາມຮັກ ຍັງເບິ່ງໆ ຢູ່ຫລາຍກວ່າ ແລະຍັງບໍ່ຕັດສິນໃຈໃນຊ່ວງນີ້ ແຕ່ທ່ານມີສະເນ່ ຈຶ່ງມີຄົນຍາກເຂົ້າມາເຮັດຄວາມຮູ້ຈັກຢູ່ຕະຫຼອດ

ວັນອາທິດ:ການງານ ຈະເຮັດວຽກສິ່ງໃດໃນຊ່ວງນີ້ຈະປະສົບຄວາມສຳເລັດ ບາງເທື່ອມີໄອເດຍແປກໃໝ່ໃນການສ້າງສັນທີ່ຈະເຮັດທຸລະກິດໃໝ່ໆ ການເງິນ ຊ່ວງນີ້ຕ້ອງລະວັງໃນເລື່ອງການໃຊ້ເງິນ ແລະການໃຊ້ຈ່າຍ ຢ່າປະມາດໃນເລື່ອງເຫຼົ່ານີ້ ໃຊ້ຄວາມປະຫຢັດຮ່ວມແດ່ຈະດີກວ່າ ຄວາມຮັກ ຍັງບໍ່ມີເວລາປານໃດໃນການທີ່ຈະໄປທຸ້ມເທໃຫ້ເລື່ອງຄວາມຮັກ ເມື່ອຄົບຫາໃຜໃນໄລຍະນີ້ກໍຈະເປັນແບບບໍ່ເປີດເຜີຍ