ລັດຖະບານອັງກິດ ມອບວັກຊິນກັນພະຍາດໂຄວິດ 300.000 ກວ່າໂດສ ແກ່ລາວ

    2
    800

    ໃນວັນທີ 5 ມັງກອນ 2022 ທີ່ກະຊວງສາທາລະນະສຸກ, ສປປ ລາວ ໄດ້ຮັບຢາວັກຊິນ ແອສ໌ຕຣາຊີນີກາ ເພື່ອປ້ອງກັນພະຍາດໂຄວິດ-19 ຈາກລັດຖະບານອັງກິດ ຈໍານວນ 321.760 ໂດສ, ເພື່ອເປັນການປະກອບສ່ວນເຂົ້າໃນການເພີ່ມທະວີ ການສ້າງພູມຄຸ້ມກັນຂອງປະຊາຊົນລາວ ໂດຍລວມຢ່າງແນ່ນອນ. ພ້ອມກັນນີ້, ຈະເສີມສ້າງຄວາມເຂັ້ມແຂງ ໃຫ້ກັບຂີດຄວາມສາມາດໃນການປ້ອງກັນ ການແຜ່ລະບາດຂອງພະຍາດດັ່ງກ່າວ ແລະ ເພື່ອສືບຕໍ່ແຜນຍຸດທະສາດ ໃນການກະກຽມຄວາມພ້ອມຂອງການເປີດຮັບນັກທ່ອງທ່ຽວ ທີ່ໄດ້ເລີ່ມຂຶ້ນໃນວັນທີ 1 ມັງກອນ ທີ່ຜ່ານມານີ້ ໂດຍໄດ້ມີການຕ້ອນຮັບບັນດານັກທ່ອງທ່ຽວຈາກຕ່າງປະເທດ ເປັນຊຸດທໍາອິດສູ່ປະເທດລາວ. ຕາງໜ້າມອບຢາວັກຊິນຄັ້ງນີ້ໂດຍ ທ່ານ ແຄສໂຊ ກຣີຊັນ ອຸປະທູດອັງກິດປະຈຳ ສປປ ລາວ ແລະ ຕາງໜ້າຮັບໂດຍ ທ່ານ ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ມີບັນດາຜູ້ຕາງໜ້າຈາກກະຊວງການຕ່າງປະເທດ, ກະ ຊວງສາທາລະນະສຸກ ແລະ ສະຖານທູດອັງກິດ ເຂົ້າຮ່ວມນໍາ.

    ໂອກາດນີ້, ທ່ານ ດຣ. ບຸນແຝງ ພູມມະໄລສິດ ໄດ້ກ່າວວ່າ: ລັດຖະບານແຫ່ງ ສປປ ລາວ ຍິນດີທີ່ໄດ້ຮັບວັກຊິນຊຸດໃໝ່ນີ້ ແລະ ຂໍຂອບໃຈມາຍັງລັດຖະບານແຫ່ງສະຫະລາຊະອານາຈັກອັງກິດ ຕໍ່ການປະກອບສ່ວນອັນສຳຄັນໃນຄັ້ງນີ້ ເຊິ່ງຈະເປັນການປະກອບສ່ວນຢ່າງໃຫຍ່ຫລວງ ເຂົ້າໃນການຊຸກຍູ້ໃຫ້ປະເທດລາວ ໄດ້ສືບຕໍ່ການແຈກຢາຍຢາວັກຊິນ ໂດຍສະເພາະໃນໄລຍະທີ່ທາງປະເທດລາວ ພວມໃຫ້ການບໍລິການສັກຢາວັກຊິນເຂັມທີສາມ ໃຫ້ແກ່ປະຊາຊົນໃນຂອບເຂດທົ່ວປະເທດ.

    ທ່ານ ແຄສໂຊ ກຣີຊັນ ໄດ້ກ່າວວ່າ: ການບໍລິຈາກຢາວັກຊິນໃນຄັ້ງນີ້ ແມ່ນເປັນການສືບຕໍ່ຊ່ວຍເຫລືອ ເພື່ອໃຫ້ຕໍ່ເນື່ອງຈາກການມອບວັກຊິນແອສ໌ຕຣາຊີນີກາ ຈໍານວນ 415.000 ໂດສ ກ່ອນໜ້ານີ້ໃນເດືອນສິງຫາ 2021 ຜ່ານມາ ລວມທັງໝົດສອງຄັ້ງ ເປັນຈໍານວນ 736.760 ໂດສ. ພວກເຮົາຮູ້ດີວ່າຢາວັກຊິນເຫລົ່ານີ້ ໄດ້ມາຮອດມາເຖິງໃນເວລາທີ່ສໍາຄັນ ສໍາລັບກະຊວງສາທາລະນະສຸກ ຍ້ອນວ່າທາງກະຊວງໄດ້ເລີ່ມຕົ້ນໃຫ້ບໍລິການສັກຢາເຂັມທີ 3 ຫລື ເປັນເຂັມກະຕຸ້ນ ໃຫ້ແກ່ບຸກຄົນ ທີ່ໄດ້ຮັບການສັກຢາຄົບຕາມຈໍານວນໃນເບື້ອງຕົ້ນເປັນທີ່ຮຽບຮ້ອຍແລ້ວ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.