ເດືອນມີນາ ທີ່ຈະມາເຖິງນີ້! ສະໜາມບິນສາກົນແຂວງບໍ່ແກ້ວຈະເປີດໃຊ້ຢ່າງເປັນທາງການ

    2
    806

    ການກໍ່ສ້າງສະໜາມບິນສາກົນບໍ່ແກ້ວ ໃນປັດຈຸບັນໃກ້ຈະສໍາເລັດແລ້ວ ຄາດວ່າຈະເປີດນໍາໃຊ້ຢ່າງເປັນທາງການໃນເດືອນມີນາ 2022 ນີ້ ເຊີ່ງຈະກາຍເປັນທ່າແຮງສໍາຄັນໃນການດຶງດູກນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດເຂົ້າໄປທ່ອງທ່ຽວພາຍໃນ ແຂວງບໍ່ແກ້ວນັບມື້ເພີ່ມຂຶ້ນ. ເຊິ່ງວ່າສະໜາມບິນສາກົນບໍ່ແກ້ວຕັ້ງຢູ່ບ້ານສີເມືອງງານ, ເມືອງຕົ້ນເຜີ້ງຫ່າງໄກຈາກເຂດເສດຖະກິດພິເສດສາມຫຼ່ຽມຄຳ ປະມານ 5 ກິໂລ ແມັດ, ອ້ອມຮອບໄປດ້ວຍພູຜ່າປ່າໄມ້ ແລະ ແມ່ນ້ຳຂອງ.

    ທ່ານ ຄໍາພະຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວໃຫ້ສໍາພາດຕໍ່ວິທະຍຸກະຈາຍສຽງແຫ່ງຊາດລາວຫວ່າງບໍ່ດົນມານີ້ວ່າ: ພາຍຫຼັງສະໜາມບິນສາກົນໄດ້ການກໍ່ສ້າງມາ 2 ປີ, ປັດຈຸບັນມັນໄດ້ມີຄວາມຄືບໜ້າເກືອບຮ້ອຍສ່ວນຮ້ອຍ ເຊິ່ງໄດ້ເລີ່ມທົດສອບໃຫ້ເຮືອບິນຂຶ້ນ-ລົງ, ລວມເຖິງລະບົບການສື່ສານ ແລະສິ່ງອຳນວຍຄວາມສະດວກຕ່າງໆຢູ່ໃນສະໜາມບິນແລ້ວ.

    ສ່ວນວຽກທີ່ພວມສຸມໃສ່ຈັດຕັ້ງປະຕິບັດໃນປັດຈຸບັນແມ່ນການກໍ່ສ້າງອາຄານຜູ້ໂດຍສານຄາດວ່າຈະສໍາເລັດໃນໄວໆ ເພື່ອໃຫ້ທັນເປີດນໍາໃຊ້ຢ່າງເປັນທາງການໃນ ເດືອນມີນາ 2022 ນີ້. ເມື່ອສະໜາມບິນແຫ່ງນີ້ເປີດນໍາໃຊ້ຢ່າງເປັນທາງການຈະເຮັດໃຫ້ການເດີນທາງໄປແຂວງບໍ່ແກ້ວແມ່ນມີຄວາມສະດວກສະບາຍກວ່າເກົ່າ ແລະຈະປະກອບສ່ວນສໍາຄັນໃນການດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າໄປທ່ອງທ່ຽວພາຍໃນ ແຂວງບໍ່ແກ້ວ ນັບມື້ເພີ່ມຂຶ້ນໃນຕໍ່ໜ້າ.

    ຂໍ້ມູນ: ວິທະຍຸກະຈາຍສຽງແຫ່ງຊາດ.

    ພາບ: ເຂດເສດຖະກິດພິເສດສາມຫຼ່ຽມຄຳ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.