ແບບນີ້ກໍ່ມີ ຜິດກັບຜົວແລ້ວໜີໄປລີ້ຢູ່ໃນຖໍ້າ ຫວັງໃຫ້ຜົວມາງໍ້ສຸດທ້າຍຕິດຖໍ້າເກືອບ ບໍ່ລອດ

0
284

ຢ່າຫາເຮັດ ຜິດກັບຜົວແລ້ວໜີໄປລີ້ຢູ່ໃນຖໍ້າ ຫວັງໃຫ້ຜົວມາງໍ້ສຸດທ້າຍຕິດຖໍ້າເກືອບຕາຍ

ເຫດການນີ້ເກີດຂື້ນໃນວັນທີ 26 ທັນວາ 2021 ທີ່ຜ່ານມາທີ່ເມືອງລິ່ວໂຈວ ມົນທົນກວ່າງຊີິ ປະເທດຈີນ ຍິງຄົນໜື່ງຖືກເຈົ້າໜ້າທີ່ກູ້ໄພນຳໂຕອອກມາຈາກຖໍ້າ ໃນສະພາບອ່ອນແຮງ ເມື່ອສອບຖາມເຖິງສາເຫດທີ່ເຂົ້າມາຢູ່ໃນຖໍ້າຕ້ອງອື້ງຈາກສອງມື້ກ່ອນຜູ້ຍິງຄົນນີ້ໄດ້ຜິດກັບສາມີ

ລາວຄຽດ ແລະ ເສຍໃຈຫຼາຍຈື່ງໜີອອກຈາກບ້ານມາລີ້ຢູ່ໃນຖໍ້າເຊີ່ງລາວຫວັງວ່າການທີ່ລາວຫາຍໄປຈະເຮັດໃຫ້ສາມີເສຍໃຈ ແລະ ອອກຕາມຫາລາວ ແຕ່ວ່າລາວຄິດຜິດເມື່ອສາມີຄິດວ່າຜິດກັນປົກກະຕິ ແລະ ຄິດວ່າເຊົາຄຽດກໍ່ຈະກັບມາເອງ

ແຕ່ວ່າຜ່ານໄປສອງມື້ຍັງບໍ່ເຫັນພັນລະຍາກັບຜ່ານໄປສອງມື້ບໍ່ໄດ້ຮັບປະທານອາຫານເຮັດໃຫ້ລາວຮູ້ສຶກຢາກກີນເຂົ້າຈົນທົນບໍ່ໄດ້ ຖ້າຈະອອກຈາກຖໍ້າກະບໍ່ມີແຮງ ໂຊກດີທີ່ແບັດທໂລະສັບຍັງມີຢູ່ ແລະ ຍັງພໍມີສັນຍານໂທລະສັບຈື່ງໂທຂໍຄວາມຊ່ວຍເຫຼືອຈາກທີມກູ້ໄພ

ເຊີ່ງເຈົ້າໜ້າທີ່ໃຊ້ເວລາສອງຊົ່ວໂມງຈື່ງພົບກັບຜູ້ຍິງຄົນນີ້ ເຈົ້າໜ້າທີ່ຈື່ງຮີບນຳໂຕອອກມາ ແລະ ເອົານໍ້າອາຫານໃຫ້ກີນກ່ອນຈະນຳໂຕສົ່ງໂຮງໝໍ

Related