ວັນທີ 5 ມັງກອນ 2022 ທີ່ກະຊວງສາທາລະນະສຸກ ໄດ້ຈັດພິທີມອບ-ຮັບວັກຊີນກັນພະຍາດໂຄວິດ-19 ຍີ່ຫໍ້ ແອສຕຣາເຊເນກາ ຈາກສະຫະຣາຊອານາຈັກອັງ ກິດ 321.760 ໂດສ ເຊິ່ງວັກຊີນເຫຼົ່ານີ້ ໄດ້ເຂົ້າມາລາວໂດຍການຂົນສົ່ງທາງບົກຜ່ານປະເທດໄທ ແລະ ກ່າວມອບໂດຍທ່ານ ແຄລໂຊ ກຣີຊັ້ນ ອຸປະທູດຂອງສະຖານທູດອັງກິດປະຈໍາ ສປປ ລາວ, ກ່າວຮັບໂດຍທ່ານ ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍຜູ້ຕາງໜ້າຈາກກະ ຊວງການຕ່າງປະເທດ, ກະຊວງສາທາລະນະສຸກ ແລະ ສະຖານທູດອັງກິດ ເຂົ້າຮ່ວມ.
ທ່ານດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ກ່າວວ່າ ລັດຖະບານແຫ່ງ ສປ ປ ລາວ ຍິນດີທີ່ໄດ້ຮັບວັກຊິນຊຸດໃໝ່ນີ້ ແລະ ຂອບໃຈລັດຖະບານແຫ່ງສະຫະລາຊອານາຈັກອັງກິດທີ່ໄດ້ປະກອບສ່ວນອັນສໍາຄັນນີ້ ເຊິ່ງຈະຊຸກຍູ້ໃຫ້ປະເທດລາວສືບຕໍ່ແຈກຢາຍວັກຊີນ ໂດຍໃນໄລຍະນີ້ປະເທດລາວ ພວມບໍລິການສັກວັກຊີນເຂັມທີສາມໃຫ້ແກ່ປະຊາຊົນ.
ທ່ານ ແຄສໂຊ ກຣີຊັນ ກ່າວວ່າ ການສະໜອງວັກຊີນຄັ້ງນີ້ເປັນການສືບຕໍ່ຊ່ວຍເຫຼືອເພື່ອໃຫ້ຕໍ່ເນື່ອງຈາກການມອບວັກຊິນແອສຕາເຊເນກາ 415.000ໂດສ ເທື່ອທໍາອິດຂອງພວກເຮົາໃນເດືອນສິງຫາ 2021ລວມ ທັງ 2 ຄັ້ງ 736.760 ໂດສ, ພວກເຮົາຮູ້ດີວ່າວັກຊີນເຫຼົ່ານີ້ໄດ້ມາເຖິງໃນເວລາທີ່ສໍາຄັນສໍາລັບກະຊວງສາ ທາລະນະສຸກທີ່ເລີ່ມຕົ້ນສັກວັກຊິນເຂັມທີ 3 ຫຼື ເຂັມກະຕຸ້ນໃຫ້ແກ່ຜູ້ທີ່ໄດ້ສັກຄົບຕາມຈໍານວນໃນເບື້ອງຕົ້ນແລ້ວ.
ການສະໜອງວັກຊີນຊຸດໃໝ່ນີ້ ຈະປະກອບສ່ວນເພີ່ມການສ້າງພູມຄຸ້ມກັນຂອງປະຊາຊົນລາວໂດຍລວມຢ່າງແນ່ນອນ ທັງຈະເສີມສ້າງຄວາມເຂັ້ມແຂງໃນການປ້ອງກັນການແພ່ລະບາດຂອງພະຍາດດັ່ງກ່າວ ທັງສືບຕໍ່ແຜນຍຸດທະສາດກະກຽມຄວາມພ້ອມເປີດປະເທດຄືນໃໝ່ທີ່ເລີ່ມໃນວັນທີ 1 ມັງກອນ ແລະ ໄດ້ຕ້ອນ ຮັບບັນດານັກທ່ອງທ່ຽວຕ່າງປະເທດເປັນຊຸດທໍາອິດສູ່ປະເທດລາວ.