ໃນວັນທີ 5 ມັງກອນ 2021 ກອງບັນຊາການທະຫານເມືອງ ແລະ ກອງບັນຊາການປ້ອງກັນຄວາມສະຫງົບ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ສົມທົບກັບຄະນະພັກຮາກຖານ, ອົງການປົກຄ້ອງບ້ານ ຈັດພິທີປະກາດ-ຮັບຮອງເອົາບ້ານ ໂພນສະຫວ່າງ ເປັນຄອບຄົວ ແລະ ບ້ານປ້ອງກັນກັນຊາດເຂັ້ມແຂງ, ຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ພັນເອກ ທອງໄຂ ສີຍະລາດ ຄະນະພັກກອງບັນຊາການ, ຫົວໜ້າການທະຫານກອງບັນຊາການທະຫານ ແຂວງ ບໍ່ແກ້ວ, ທ່ານ ຫົງແກ້ວ ວິໄນວົງ ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆຫ້ວຍຊາຍ, ມີບັນດາຫົວໜ້າ-ຮອງຫົວໜ້າສອງກອງບັນຊາການ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ຄະນະພັກຮາກຖານ, ອົງການປົກຄອງບ້ານ, ແຂກຖືກເຊີນ, ພາກສ່ວນກ່ຽວຂ້ອງ ແລະ ປະຊາຊົນເຂົ້າຮ່ວມ.
ທ່ານ ພັນໂທ ສົມລີ ແກ້ວວິໄຊ ຄະນະປະຈໍາພັກເມືອງ ຫົວໜ້າການເມືອງກອງບັນຊາການທະຫານ ເມືອງ ຫ້ວຍຊາຍ ກ່າວວ່າ: ບ້ານໂພນສະຫວ່າງ ເປັນບ້ານໜຶ່ງທີ່ຂຶ້ນກັບເຂດຈຸດສຸມພັດທະນາດ່ານຖີ່ນ ປະກອບມີ 319 ຄົວເຮືອນ, 422 ຄອບຄົວ, ມີພົນລະເມືອງທັງໝົດ 1,567 ຄົນ, ຍິງ 765 ຄົນ. ກອງບັນຊາການທະຫານເມືອງ ແລະ ກອງບັນຊາການປ້ອງກັນຄວາມສະຫງົບເມືອງ ໄດ້ເອົາໃຈໃສ່ສົມທົບກັບ ຄະນະພັກຮາກຖານ, ອົງການປົກຄອງບ້ານ ຈັດຕັ້ງເຜີຍແຜ່ບັນດາເນື້ອໃນມາດຖານ ການສ້າງຄອບຄົວ ແລະ ບ້ານຕົວແບບປ້ອງກັນຊາດເຂັ້ມແຂງ ແລະ ບ້ານປ້ອງກັນຄວາມສະຫງົບດີ ຕິດພັນກັບ ການສຶກສາອົບຮົມປຸກລະດົມ ສ້າງຄວາມເຂົ້າໃຈໃຫ້ປະຊາຊົນໄດ້ຮັບຮູ້ ແລະ ເຄົາລົບຕໍ່ລະບຽບກົດໝາຍຂອງລັດຢ່າງເຂັ້ມງວດ ເຮັດໃຫ້ອົງການປົກຄອງ, ການຈັດຕັ້ງບ້ານ, ປະຊາຊົນບັນດາເຜົ່າ ມີຄວາມໜັກແໜ້ນເຂັ້ມແຂງທາງດ້ານການເມືອງ, ຕື່ນຕົວປະກອບສ່ວນເຂົ້າໃນ ວຽກງານພັດທະນາເສດຖະກິດຄອບຄົວ ກໍ່ຄື ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ພາຍໃນບ້ານເປັນຢ່າງດີ ພ້ອມທັງ ສາມາດຢັ້ງຢືນເປັນຄອບຄົວປ້ອງກັນຊາດເຂັ້ມແຂງ ຕາມມາດຖານເງື່ອນໄຂທັງໝົດ 420 ຄອບຄົວເທົ່າກັບ 99,52% ແລະ ຄອບຄົວປ້ອງກັນຄວາມສະຫງົບດີຈຳນວນ 295 ຄອບຄົວເທົ່າກັບ 95% ຂອງຈຳນວນຄອບຄົວທັງໝົດ.
ຈາກນັ້ນ, ຄະນະຮັບຜິດຊອບໄດ້ຜ່ານຂໍ້ຕົກລົງ ຂອງກອງບັນຊາການທະຫານເມືອງຫວຍຊາຍ ວ່າດ້ວຍການຢັ້ງຢືນເອົາຄອບຄົວປ້ອງກັນຊາດເຂັ້ມແຂງ ແລະ ຂໍ້ຕົກລົງຂອງທ່ານເຈົ້າເມືອງໆຫ້ວຍຊາຍ ວ່າດ້ວຍການຢັ້ງຢືນເອົາຄອບຄົວປ້ອງກັນຄວາມສະຫງົບດີມອບໂດຍ ທ່ານ ພັນໂທ ສົມລີ ແກ້ວວິໄຊ ຄະນະປະຈໍາພັກເມືອງ, ຫົວໜ້າການເມືອງກອງບັນຊາການທະຫານເມືອງຫ້ວຍຊາຍ ແລະ ທ່ານ ພັນໂທ ມະນີວອນ ຜິວຜາສຸກ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບເມືອງຫ້ວຍຊາຍ.
ຜ່ານຂໍ້ຕົກລົງຂອງປະທານຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງບໍ່ແກ້ວ ວ່າດ້ວຍການຢັ້ງຢືນບ້ານປ້ອງກັນຄວາມສະຫງົບດີ. ຂໍ້ຕົກລົງຂອງກອງບັນຊາການທະຫານແຂວງບໍ່ແກ້ວ ວ່າດ້ວຍການຢັ້ງຢືນບ້ານປ້ອງກັນຊາດເຂັ້ມແຂງ ໃຫ້ກຽດມອບໂດຍ ທ່ານ ພັນເອກ ທອງໄຂ ສີຍະລາດ ຄະນະພັກກອງບັນຊາການ, ຫົວໜ້າການທະຫານກອງບັນຊາການທະຫານແຂວງບໍ່ແກ້ວ, ພ້ອມທັງເປີດປ້າຍ ແລະ ລັ່ນຄ້ອງ 9 ບາດ.
ໂອກາດນີ້, ພັນເອກ ທອງໄຂ ສີຍະລາດ ໄດ້ມີຄຳເຫັນສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ຄະນະພັກ, ຄະນະກອງບັນຊາສອງກອງບັນຊາການ, ອົງການປົກຄອງບ້ານ ຫ້ອງການທີ່ກ່ຽວຂ້ອງຍາດມາໄດ້ ເນັ້ນໜັກໃຫ້ສືບຕໍ່ ສຶກສາອົບຮົມການເມືອງ-ແນວຄິດ, ເປັນແບບຢ່າງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບກໍ່ຄື ລະບຽບກົດໝາຍຂອງລັດ ເປັນສຳຄັນ ພ້ອມກັນເພີ້ມທະວີຮັກສາມູນເຊື້ອຄອບຄົວ ແລະ ບ້ານແບບດ້ານຕ່າງໆເປັນກົກ ຍົກສູງສະຕິລະວັງຕົວຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິ ຂອງກຸ່ມຄົນບໍ່ຫວັງດີ ເປັນເຈົ້າການ ຮັກສາສະຖຽນລະພາບທາງດ້ານການເມືອງ, ເຮັດໃຫ້ບ້ານມີຄວາມສະຫງົບປອດໄພດີຂຶ້ນເລື້ອຍໆ. ຂ່າວ ບຸນຈັນ ບຸນປັນຍາ.