ປາໂທ້! 5 ວັນຂອງການສະເຫຼີມສະຫຼອງ ປີໃໝ່ທົ່ວປະເທດມີອຸບັດຕິເຫດເກີດຂຶ້ນ 197 ຄັ້ງ

    2
    896

    ຖືວ່າເປັນຕົວເລກທີ່ໜ້າຕົກໃຈຫຼາຍ ສຳລັບການເກີດອຸປັດຕິເຫດຕາມທ້ອງຖະໜົນ ໂດຍສະເພາະການສະຫຼອງປີໃໝ່ຜ່ານໄປພຽງ 5 ວັນເທົ່ານັ້ນ, ກົມໃຫຍ່ ຕຳຫຼວດ ກົມຕຳຫຼວດຈະລາຈອນ ກະຊວງປ້ອງກັນຄວາມສະຫງົບໃຫ້ຮູ້ວ່າ: ໃນ 5 ວັນຂອງການສະເຫຼີມສະຫຼອງ ສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ 2022 ທົ່ວປະເທດມີອຸບັດຕິເຫດເກີດຂຶ້ນ ທັງໝົດ 197 ຄັ້ງມີຜູ້ໄດ້ຮັບບາດເຈັບ 297 ຄົນ, ເສຍຊີວິດ ຈາກອຸບັດຕິເຫດ 43 ຄົນ, ມີພາຫະນະເປ່ເພ 315 ຄັນ.

    ແຕ່ເຖິງຢ່າງໃດກໍ່ຕາມ, ຖ້າທຽບ ໃສ່ 5 ວັນຂອງປີ 2021, ເຫັນວ່າຈຳນວນອຸບັດຕິເຫດປີນີ້ ໜ້ອຍກວ່າ ປີຜ່ານມາ 20 ຄັ້ງ, ແຕ່ປີນີ້ ມີຜູ້ເສຍຊີວິດຫຼາຍກວ່າປີກາຍ 7 ຄົນ.

    ໃນນັ້ນ, ແຂວງທີ່ເກີດອຸບັດຕິເຫດຫລາຍກວ່າໝູ່ ແມ່ນແຂວງຈຳປາສັກ, ມີອຸບັດຕິເຫດເກີດຂຶ້ນທັງໝົດ 32 ຄັ້ງ, ນະຄອນຫຼວງວຽງຈັນ 29 ຄັ້ງ, ແຂວງວຽງຈັນ 22 ຄັ້ງ, ແຂວງສະຫວັນນະເຂດ 18 ຄັ້ງ, ແຂວງຫຼວງພະບາງ, ອຸດົມໄຊ ແຂວງລະ 13 ຄັ້ງ, ແຂວງບໍລິຄຳໄຊ 12 ຄັ້ງ, ອັດຕະປື 11 ຄັ້ງ, ແຂວງ ຄຳມ່ວນ ແລະແຂວງຫຼວງນ້ຳທາ ແຂວງລະ 10 ຄັ້ງ.

    ແຂວງທີ່ມີຜູ້ເສຍຊີວິດຈາກອຸບັດຕິເຫດຫຼາຍກວ່າໝູ່ແມ່ນແຂວງ ຈຳປາສັກ ມີ 7 ຄົນ, ນະຄອນຫຼວງວຽງຈັນ 6 ຄົນ, ແຂວງອັດຕະປື 5 ຄົນ, ແຂວງຫຼວງນ້ຳທາ, ບໍລິຄຳໄຊ, ສາລະວັນ ແຂວງລະ 4 ຄົນ, ແຂວງສະຫວັນນະເຂດ ແລະແຂວງຫຼວງພະບາງ ແຂວງລະ 5 ຄົນ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.